ສຳນັກງານອົງການ WTO ຢູ່ ເຊີແນວ, ປະເທດ ສະວິດ (ພາບ: Getty Images/TTXVN) |
ວັນທີ 5 ກຸມພາ, ອົງການການຄ້າໂລກ (WTO) ໃຫ້ຮູ້ວ່າ ຈີນ ໄດ້ຍື່ນໃບຮ້ອງຟ້ອງກ່ຽວກັບພາສີອາກອນ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດວາງສຳລັບສິນຄ້າຂອງ ຈີນ. ໃນຖະແຫຼງການ ໂດຍ WTO ໄດ້ຄັດສະເໜີມານັ້ນ, ລັດຖະບານ ຈີນ ໃຫ້ຮູ້ວ່າ ບັນດາວິທີການແກ້ໄຂ ເບິ່ງຄືວ່າບໍ່ເໝາະສົມກັບບັນດາພັນທະໜ້າທີ່ຂອງ ອາເມລິກາ ຕາມຂໍ້ຕົກລົງທີ່ພາໄປເຖິງການສ້າງຕັ້ງອົງການການຄ້ານີ້. ເຖິງຢ່າງໃດກໍຕາມ, ການກະທຳດັ່ງກ່າວຍາກທີ່ຈະນຳມາເຊິ່ງໝາກຜົນ, ເວັ້ນເສຍແຕ່ກໍລະນີ ທັງ ຈີນ ແລະ ອາເມລິກາ ຊອກຫາໄດ້ສຽງເວົ້າລວມ ເພື່ອແກ້ໄຂການຂັດແຍ້ງກັນເອງ.
ກ່ອນໜ້ານັ້ນ, ພາຍຫຼັງທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຄືນໃໝ່, ທ່ານ Donald Trump ຈັດວາງອັດຕາພາສີ 10% ສຳລັບສິນຄ້າ ຈີນ. ຈີນ ໂຕ້ຕອບຄືນດ້ວຍພາສີປະເພດຕ່າງໆ ແນໃສ່ສິນຄ້ານຳເຂົ້າປະເພດຕ່າງໆຄື ພະລັງງານ, ລົດ ໂອໂຕ ແລະ ສີ້ນສ່ວນເຄື່ອງຈັກຂອງ ອາເມ ລິກາ.

