ກອງປະຊຸມສຳມະນາ (ພາບ: TTXVN)

ໃນກອງປະຊຸມສຳມະນາຈົດໝາຍ ຂອງ ສັນທະປະປາ Francis ສົ່ງເຖິງສະມາຄົມຄຼິດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດ ຮັບຮອງຂໍ້ຕົກລົງກ່ຽວກັບ ກົດລະບຽບຜູ້ຕາງໜ້າຂອງສຳນັກງານ ວາຕີກັງ ແລະ ຫ້ອງການຜູ້ຕາງໜ້າສຳນັກ ວາຕີກັງ ປະຈຳ ຫວຽດນາມ ໄດ້ດຳເນີນໃນວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຈຽນຖັງ ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໄດ້ເນັ້ນໜັກວ່າ: ສະມາຄົມຄຼິດທະສາສະໜາ ຫວຽດນາມ ແມ່ນພາກສ່ວນສຳຄັນບໍ່ອາດຕັກແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ພວມພ້ອມກັບສາສະໜາອື່ນໆ ແລະ ປະຊາຄົມບໍ່ເຊື່ອຖືສາສະໜາ ສ້າງສາ ແລະ ພັດທະນາປະເທດຊາດ.

ທ່ານຮອງລັດຖະມົມຕີກະຊວງພາຍໃນ ຫວຽດນາມ ຢັ້ງຢືນວ່າ: ໃນຈົດໝາຍ, ສັນທະປະປາ ເຊື່ອໝັ້ນວ່າ ສອງຝ່າຍ, ເຖິງວ່າມີຄວາມແຕກຕ່າງກັນກໍຕາມ, ແຕ່ກໍຈະຊອກຫາໄດ້ທິດທາງລວມເພື່ອຜົນປະໂຫຍດຂອງຊາດ ຫວຽດນາມ ແລະ ສຳນັກວາຕີກັງ. ສິ່ງດັ່ງກ່າວ ມີຄວາມໝາຍສຳຄັນເພື່ອສະກັດກັ້ນ, ລົບລ້າງບັນດາຖ້ອຍທຳນອງທີ່ເສກສັນປັ້ນແຕ່ງຂອງບັນດາກຳລັງເປັນປໍລະປັກ ສວຍໃຊ້ສາສະໜາເພື່ອມ້າງທຳລາຍພັກ ແລະ ລັດ; ຊ້ຳບໍ່ໜຳ, ສະມາຄົມສາສະໜາຄຼິດ ອາດຈະມີການແຊກແຊງເພື່ອໃຫ້ບັນດາພາກສ່ວນບໍ່ຫວັງດີນັ້ນ ບໍ່ສາມາດເສກສັນປັ້ນແຕ່ງກ່ຽວກັບພັກກອມມູນິດ ຫວຽດນາມ.