(ພາບປະກອບ: TTXVN) |
ວັນທີ 13 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັງລອງ ໄດ້ເຊັນອະນຸມັດຜ່ານ “ໂຄງການພັດທະນາຂະແໜງອຸດສາຫະກຳຜະລິດການຢາຮອດປີ 2030, ວິໄສທັດຮອດປີ 2045”. ເປົ້າໝາຍຂອງໂຄງການແມ່ນພັດທະນາຂະແໜງອຸດສາຫະກຳຜະລິດການຢາ, ຍົກອັດຕາຜະລິດ ແລະ ນຳໃຊ້ແຫຼ່ງວັດຖຸດິບຜະລິດຢາຢູ່ພາຍໃນປະເທດ ແລະ ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນການຢາ. ຕາມນັ້ນແລ້ວ, ຮອດປີ 2030, ສູ້ຊົນບັນລຸ 20% ຄວາມຕ້ອງການແຫຼ່ງວັດຖຸດິບໃຫ້ແກ່ການຜະລິດຢາ; ຕອບສະໜອງ 50% ຄວາມຕ້ອງການແຫຼ່ງວັດຖຸດິບໃຫ້ແກ່ການຜະລິດອາຫານເສີມ ແລະ ຢາສຳອາງຢູ່ພາຍໃນປະເທດ. ຮອດປີ 2045, ຂະແໜງອຸດສາຫະກຳຜະລິດການຢາຂອງ ຫວຽດນາມ ຈະກາຍເປັນຂະແໜງອຸດສາຫະກຳເຕັກໂນໂລຊີສູງ, ທັນສະໄໝ, ມີກຳລັງແກ່ງແຍ້ງ ແລະ ເຂົ້າຮ່ວມລະບົບມູນຄ່າຂະແໜງຜະລິດຕະພັນການຢາທົ່ວໂລກ. ລະດັບເຕີບໂຕຂະແໜງອຸດສາຫະກຳຜະລິດການຢາບັນລຸ 8 – 11%.
ໜຶ່ງໃນບັນດາໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍຂອງໂຄງການແມ່ນ, ເພີ່ມຄວາມດຶງດູດບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ບັນດາກຸ່ມບໍລິສັດຜະລິດຕະພັນການຢານາໆຊາດ ລົງທຶນຜະລິດ ຜະລິດຕະພັນການຢາ; ເອົາໃຈໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດນັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງເຮັດວຽກໃນຂົງເຂດຜະລິດການຢາຢູ່ ຫວຽດນາມ.

