ການແນະນຳໂຄສະນາກ່ຽວກັບລາຍການທ່ອງທ່ຽວ ໃຫ້ແຂກທ່ອງທ່ຽວ ອິນເດຍ ໂດຍກົງ (ພາບ: VOV) |
ວັນທີ 17 ກຸມພາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່າໜັງ ໄດ້ສົມທົບກັບບໍລິສັດການບິນ Vietjet Air ຈັດລາຍການແນະນຳການທ່ອງທ່ຽວ ດ່າໜັງ ຢູ່ນະຄອນ Ahmedabad, ປະເທດ ອິນເດຍ. ເຫດການດັ່ງກ່າວແມ່ນເພື່ອແນໃສ່ພັດທະນາການທ່ອງທ່ຽວລະຫວ່າງນະຄອນ ດ່າໜັງ ແລະ Admedabad ຜ່ານສາຍການບິນໂດຍກົງຂອງ Vietjet Air, ໂຄສະນາລາຍການເດີນທາງ “ຢ້ຽມຊົມ ດ່າໜັງ ດ້ວຍການສຳຜັດຫຼາຍຢ່າງ” ເຖິງແຂກທ່ອງທ່ຽວ ອິນເດຍ. ທ່ານນາງ ຫງວຽນທິຮວ່າຍອານ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ:
“ດ່າໜັງ ພວມມີຄວາມສົນໃຈຕໍ່ຕະຫຼາດ ອິນເດຍ ທີ່ສຸດ. ປັດຈຸບັນ ໃນຈຳນວນຊາວ ອິນເດຍ 2 ຄົນທີ່ມາທ່ຽວ ຫວຽດນາມ ຈະມີຜູ້ໜຶ່ງໄປທ່ຽວ ດ່າໜັງ, ເປັນການສະແດງໃຫ້ເຫັນວ່າ ຄວາມດູດດື່ມຂອງນະຄອນ ດ່າໜັງ ຕໍ່ຕະຫຼາດ ອິນເດຍ ແມ່ນໃຫຍ່ຫຼວງທີ່ສຸດ ກໍຄື ຄວາມເໝາະສົມກັບຄວາມຕ້ອງການຂອງແຂກທ່ອງທ່ຽວ ອິນເດຍ. ພວກຂ້າພະເຈົ້າມີແຜນການຈັດບັນດາລາຍການໂຄສະນາການທ່ອງທ່ຽວ ດ່າໜັງ ຢູ່ບັນດານະຄອນຂອງ ອິນເດຍ, ປະຕິບັດບັນດາຄຼິບວີດີໂອກ່ຽວກັບລາຍການໄປທ່ຽວສົມທົບກັບການແຕ່ງງານ, ຄົ້ນຫາຄວາມງາມຂອງບັນດາສະຖານທີ່ທ່ອງທ່ຽວຢູ່ ດ່າໜັງ ເພື່ອໂຄສະນາຢູ່ຕະຫຼາດ ອິນເດຍ ໂດຍກົງ”.
ປີ 2024, ນະຄອນ ດ່າໜັງ ຕ້ອນຮັບແຂກທ່ອງທ່ຽວ ອິນເດຍ ກວ່າ 222.000 ເທື່່ອຄົນ, ບັນລຸ 5,3% ໂຄງປະກອບແຂກທ່ອງທ່ຽວສາກົນມາດ່າໜັງ ແລະ ກວມເອົາເກືອບ 50% ຈຳນວນແຂກທ່ອງທ່ຽວ ອິນເດຍ ທັງໝົດທີ່ມາທ່ຽວ ຫວຽດນາມ.

