ທ່ານ ໂດ໋ວັນຈຽນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຜູ້ຕາງຫນ້າບັນດາຫົວຫນ່ວຍກ່ຽວຂ້ອງ ມອບຂອງຂວັນໃຫ້ກຳມະກອນ ຜູ້ອອກແຮງງານ ຢູ່ ແຂວງ ຮ່ານາມ. (ພາບ: Báo Nhân Dân) |
ດ້ວຍຈິດໃຈ “ເພື່ອຜູ້ທຸກຍາກ- ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ແລະບັນດາອົງການສະມາຊິກ ໄດ້ຜັນຂະຫຍາຍການເຄື່ອນໄຫວຫນູນຊ່ວຍບັນດາຄອບຄົວທຸກຍາກ, ຄອບຄົວມີຄຸນງາມຄວາມດີ, ບັນດາເປົ້າໝາຍອຸປະກະລະສັງຄົມ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.
ນອກນັ້ນ ບາງອົງການສະມາຊິກຂອງແນວໂຮມປະເທດຊາດ ຫວຽດນາມ ມີການເຄື່ອນໄຫວເອົາໃຈໃສ່ຊ່ວຍສະມາຊິກໄດ້ຮັບບຸນເຕັດຢ່າງອົບອຸ່ນ. ໃນນັ້ນ ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ມອບຂອງຂວັນໃຫ້ສະມາຊິກ, ຜູ້ອອກແຮງງານຈຳນວນກວ່າ 28.000 ເທື່ອຄົນ. ສະພາກາແດງ ຫວຽດນາມຈັດຕັ້ງຂະບວນການ “ບຸນເຕັດແຫ່ງຄວາມຮັກແພງ” ປີ 2025, ຂົນຂວາຍ ມອບຂອງຂວັນກວ່າ 560.000 ພູດ, ຈັດຕັ້ງ 46.540 ລາຍການເອົາໃຈໃສ່ຊ່ວຍເຫລືອ ຢື້ຢາມຖາມຂ່າວ,ມອບຂອງຂວັນບຸນເຕັດ. ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຊີ້ນຳທົ່ວກອງທັບຈັດຕັ້ງ ກວ່າ 350 ລາຍການບຸນເຕັດແຫ່ງຄວາມຮັກແພງລະຫວ່າງກອງທັບ ແລະ ປະຊາຊົນ ປີ 2025

