ທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ (ພາບ: TTXVN) |
ນີ້ແມ່ນຖະແຫຼງການຂອງທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ໃນໂອກາດທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ຈະມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນຄັ້ງທີ 2 ໃນລະຫວ່າງວັນທີ 25 - 28 ກຸມພາ.
ຕາມທ່ານນາງ Caroline Beresford ແລ້ວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນພິເສດຕໍ່ນິວຊີແລນ ຍ້ອນວ່າທ່ານນາຍົກລັດຖະມົນຕີ Luxon ມີໂຄງການດຳເນີນງານທີ່ມີຄວາມມຸ່ງມາດປາດຖະໜາທີ່ສຸດໃຫ້ແກ່ການພົວພັນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ນິວຊີແລນກຳນົດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງພາກພື້ນ ແລະ ທົ່ວໂລກ.
ໃນການເດີນທາງຄັ້ງນີ້, ຄະນະຕິດຕາມທ່ານນາຍົກລັດຖະມົນຕີ ນິວຊີແລນແມ່ນຄະນະການຄ້າໃຫຍ່. ຄາດວ່າ, ຄະນະວິສາຫະກິດນິວຊີແລນຈະເຊັນຂໍ້ຕົກລົງຮ່ວມມືໃໝ່ຫຼາຍສະບັບກັບບັນດາຄູ່ຮ່ວມມື ຫວຽດນາມ ໃນບັນດາຂົງເຂດຮ່ວມມືທີ່ມີມາຢູ່ແລ້ວ.

