ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ພົບປະສົນທະນາກັບທ່ານ ຫຼີຈາທາວ ປະທານເຂດປົກຄອງພິເສດຮົ່ງກົງ (ຈີນ) (ພາບ: VOV) |
ທີ່ການພົບປະສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຂຸດຄົ້ນ ແລະ ຍາດແຍ່ງບັນດາກາລະໂອກາດ, ກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງ ຫວຽດນາມ ແລະ ຮົ່ງກົງ ຢ່າງມີປະສິດທິຜົນ, ເປີດວ້າງຂອບເຂດການຮ່ວມມື, ປະຕິບັດເປົ້າໝາຍຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນບັນດາຂົງເຂດຈຸດສຸມ ເຊັ່ນ: ເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ, ປະຕິບັດກົດໝາຍ ແລະ ປົກປ້ອງພົນລະເມືອງ ຢ່າງມີປະສິດທິຜົນ ແລະ ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ. ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ອຳນາດການປົກຄອງເຂດປົກຄອງພິເສດ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກກວ່າອີກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ປະເທດປະຈຳຖິ່ນຢ່າງເປັນປົກກະຕິ.
ທ່ານ ຫຼີຈາທາວ ປະທານເຂດປົກຄອງພິເສດ ຮົ່ງກົງ (ຈີນ) ກໍຢັ້ງຢືນວ່າ ອຳນາດການປົກຄອງເຂດປົກຄອງພິເສດ ຮົ່ງກົງ ກໍຖືການຮ່ວມມືກັບ ຫວຽດນາມ ເປັນສຳຄັນ, ພ້ອມແລ້ວທີ່ຈະຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.
ສິ້ນສຸດການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແລະ ທ່ານປະທານເຂດປົກຄອງພິເສດ ຮົ່ງກົງ (ຈີນ) ຫຼີຈາທາວ ໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມືລະຫວ່າງບັນດາອົງການ ແລະ ວິສາຫະກິດ ຫວຽດນາມ ແລະ ຮົ່ງກົງ ໃນບັນດາຂົງເຂດການເງິນ, ການຄ້າ, ການລົງທຶນ ແລະ ການບິນ. ຫຼັງຈາກນັ້ນ, ການນຳສອງທ່ານໄດ້ເປັນປະທານຮ່ວມການໂອ້ລົມສົນທະນາກັບບັນດາສະຫະສະມາຄົມວິສາຫະກິດ, ວິສາຫະກິດ ຮົ່ງກົງ ແລະ ຫວຽດນາມ.

