ຊາວລີ້ໄພເຂດ ກາຊາ ໃນວັນທີ 27 ມັງກອນ (ພາບ: TTXVN) |
ວັນທີ 04 ກຸມພາ, ໂຄສົກຂອງຂະບວນການອິດສະລາມ ຮາມາດສ ຢັ້ງຢືນວ່າ ບັນດາການເຈລະຈາໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງລະຫວ່າງຂະບວນການອິດສະລາມ ຮາມາດສ ແລະ ອິດສະຣາແອັນ ຢູ່ ເຂດກາຊາ ໄດ້ເລີ່ມດຳເນີນແລ້ວ. ໃນຂະນະນັ້ນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ ຈະຈັດສົ່ງຄະນະຜູ້ແທນໄປຍັງນະຄອນຫຼວງ ໂດຮາ ຂອງ ກາຕາ ໃນທ້າຍອາທິດນີ້ ເພື່ອເຈລະຈາໄລຍະທີ 2 ໃນຂອບເຂດຂໍ້ຕົກລົງຢຸດຍິງດັ່ງກ່າວ ນັ້ນແມ່ນການປຶກສາຫາລືລາຍລະອຽດທີ່ກ່ຽວຂ້ອງເຖິງເຕັກນິກ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງທີ່ບັນດາທີ່ປຶກສາຂອງປະທານາທິບໍອີ ອາເມລິກາ Donald Trump, ໃນນັ້ນ ມີທູດພິເສດກ່ຽວກັບຕາເວັນອອກກາງ Steve Witkoff ແລະ ເປັນສັນຍານຊີ້ບອກຄວາມອາດສາມາດບັນລຸໄດ້ຄວາມຄືບໜ້າກ່ອນການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ Trump ກໍໃນວັນທີ 04 ກຸມພາ.
ກ່ອນໜ້ານັ້ນ, ຮາມາດສ ຢັ້ງຢືນເຈດຈຳນົງ ພ້ອມແລ້ວທີ່ຈະເຈລະຈາໄລຍະທີ 2 ຂອງຄຳສັ່ງຢຸດຍິງ, ໂດຍ ກາຕາ, ອາເມລິກາ ແລະ ອີຢິບ ເປັນກາງໄກ່ເກ່ຍ ແລະ ຈະສຸມໃສ່ການຢຸດຕິການປະທະກັນໃນໄລຍະຍາວກວ່າ.
ໄລຍະທຳອິດຂອງຂໍ້ຕົກລົງຢຸດຍິງ ມີຜົນສັກສິດໃນວັນທີ 19 ມັງກອນ, ໄດ້ຊ່ວຍຢຸດຕິການປະທະກັນຢູ່ເຂດ ກາຊາ ພາຍໃນກວ່າ 15 ເດືອນ.

