ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລີມ ເປັນປະທານກອງປະຊຸມເພື່ອຕີລາຄາໝາກຜົນການເຮັດວຽກໃນເດືອນກໍລະກົດ ແລະ ບັນດາໜ້າທີ່ສຳຄັນຂອງເດືອນສິງຫາປີນີ້

ກ່າວຄຳເຫັນທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ທົ່ວພັກ ແລະ ລະບົບການເມືອງຕ້ອງສຸມໃສ່ສຳຫຼວດກວດກາຄືນບັນດາວຽກງານທີ່ຍັງຄົງຄ້າງນັບແຕ່ນີ້ຮອດທ້າຍປີນີ້ ແລະ ສະເໜີບັນດາມາດຕະການແກ້ໄຂໃຫ້ສຳເລັດໂດຍໄວ ແລະ ມີປະສິດທິຜົນ; ສືບຕໍ່ວຽກງານກະກຽມກອງປະຊຸມຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ເປັນຢ່າງດີ

ສຳລັບວຽກງານພັດທະນາເສດຖະກິດ-ສັງຄົມແມ່ນ ຕ້ອງໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ອຸປະສັກ ແລະ ຂໍ້ຄົງຄ້າງ ເພື່ອສ້າງກົນໄກອຳນວຍ ຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ຜູ້ປະກອບການໃຫ້ມີເງື່ອນໄຂພັດທະນາ, ລົງທຶນ, ດຳເນີນທຸລະກິດ ແລະ ຊຸກຍູ້ການຜະລິດໃຫ້ມີ ປະສິດທິຜົນ. ກອງປະຊຸມຍັງໄດ້ປະກອບຄຳເຫັນ ແລະ ທິດທາງແກ້ໄຂຫຼາຍບັນຫາສຳຄັນຂອງປະເທດຊາດໃນໄລຍະຈະມາເຖິງ.