(ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ Rogelio Polanco Fuentes) |
ຕອນບ່າຍວັນທີ 25 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ Rogelio Polanco Fuentes. ຢູ່ທີ່ນີ້, ທ່ານ ຫງວຽນຈ້ອງເງັ້ຍ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຮ່ວມເດີນທາງ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ກຸຍບາ ເພື່ອແນໃສ່ຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ - ສັງຄົມ. ທ່ານເນັ້ນໜັກວ່າ, ການພົວພັນດ້ານການເມືອງ, ການຕ່າງປະເທດລະຫວ່າງ ຫວຽດນາມ ແລະ ກຸຍບາ ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ. ພິເສດ, ການຢ້ຽມຢາມທາງລັດຖະກິດ ກຸຍບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນເດືອນ ກັນຍາ 2024 ແມ່ນຂີດໝາຍສຳຄັນ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່; ເປີດທິດທາງ ແລະ ການພັດທະນາໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ.
ສ່ວນທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ໃຫ້ຮູ້ວ່າ, ການພົວພັນລະຫວ່າງ ຫວຽດນາມ ແລະ ກຸຍບາ ພວມຢູ່ໃນໄລຍະພັດທະນາຢ່າງຮອບດ້ານ, ໝັ້ນຄົງຍາວນານ ແລະ 2 ປະເທດກໍ່ພວມຮ່ວມມືໃນບັນດາຂົງເຂດການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ.

