ວັນທີ 04 ກຸມພາ, ປະທານຄະນະກຳມະການເອີຣົບ (EC), ທ່ານນາງ Ursula von der Leyen ຢັ້ງຢືນວ່າ ສະຫະພາບເອີຣົບ ກຽມພ້ອມໃຫ້ແກ່ການເຈລະຈາດ້ານການຄ້າກັບ ອາເມລິກາ ເພື່ອແນໃສ່ປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງກຸ່ມ. ສານດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດແຜນການຈັດວາງພາສີສຳລັບສິນຄ້ານຳເຂົ້າຈາກ EU.

ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານນາງ Von der Leyen ເນັ້ນໜັກເຖິງ ສາຍພົວພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ EU ແລະ ອາເມລິກາ. ປັດຈຸບັນ, ຍອດວົງເງິນການຄ້າລະຫວ່າງ EU ແລະ ອາເມລິກາ ບັນລຸປະມານ 1.500 ຕື້ USD. ທ່ານນາງປະທານຄະນະກຳມະການເອີຣົບ ໃຫ້ຮູ້ວ່າ EU ຢາກຮັກສາ ແລະ ຊຸກຍູ້ການຮ່ວມມືນີ້, ເຖິງຢ່າງໃດກໍພ້ອມທີ່ຈະເຈລະຈາຢ່າງແຂງກະດ້າງ ເມື່ອຈຳເປັນ, ເພື່ອຊອກຫາມາດຕະການໃຫ້ແກ່ບັນດາຄວາມແຕກໂຕນ ແລະ ວາງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືແບບຍືນຍົງກວ່າ.