ທີ່ເວທີປາໄສ(ພາບ: qdnd.vn)
|
ຕອນບ່າຍວັນທີ 21 ມັງກອນ, ພາຍຫຼັງມື້ເຮັດວຽກດ້ວຍການເຄື່ອນໄຫວຫຼາຍຢ່າງ, ເວທີປາໄສການຮ່ວມມືລັດຖະສະພາ ຝລັ່ງໂກໂຟນີ ກ່ຽວກັບກະສິກຳແບບຍືນຍົງ, ຄວາມໝັ້ນຄົງສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ຈັດຂຶ້ນຢູ່ນະຄອນ ເກີນເທີ ບັນລຸຜົນສຳເລັດຢ່າງຈົບງາມ ດ້ວຍເລື່ອງ ຮັບຮອງເອົາຖະແຫຼງການຮ່ວມ ເກີນເທີ.
ຖະແຫຼງການ ເກີນເທີ ໄດ້ເຕົ້າໂຮມຄວາມຮັບຮູ້ທີ່ໄດ້ຮັບການເຫັນດີເປັນເອກະພາບຈາກບັນດາຜູ້ແທນທີ່ເຂົ້າຮ່ວມ ພາຍຫຼັງ 3 ກອງປະຊຸມປຶກສາຫາລືຫົວເລື່ອງສະເພາະຂອງເວທີປາໄສ. ຖະແຫຼງການຢືນຢັນຄວາມສຳຄັນຂອງຂະແໜງກະສິກຳຂອງບັນດາປະເທດສະມາຊິກສະຫະພັນລັດຖະສະພາຝະລັ່ງ (APF) ແລະ ການເຊື່ອມໂຍງເຂົ້າກັບບັນດາສິ່ງທ້າທາຍທົ່ວໂລກ. ຖະແຫຼງການຍັງຊີ້ອອກເຖິງຄວາມສຳພັນທີ່ໃກ້ຊິດລະຫວ່າງກະສິກຳ ແລະ ສິ່ງທ້າທາຍມີລັກສະນະທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຊຸດໂຊມຂອງລະບົບນິເວດ, ຂາດແຄນຊັບພະຍາກອນ ແລະ ການຂາດຄວາມສະເໝີພາບທາງສັງຄົມ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ເລັ່ງລັດຫັນໄປສູ່ກະສິກຳແບບຍືນຍົງ, ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປະຕິບັດມາດຕະການຮັບມືຢ່າງຮີບດ່ວນຕໍ່ການປ່ຽນແປງຂອງດິນຟ້າອາກາດ.
ຖະແຫຼງການຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືຫຼາຍຝ່າຍໃນທຸກຂັ້ນ, ຈາກການຮ່ວມມືລະຫວ່າງລັດຖະສະພາ, ລັດຖະບານ, ການຮ່ວມມືສາມຝ່າຍ ແລະ ຄູ່ຮ່ວມມືພາກລັດ - ເອກະຊົນ... ພ້ອມທັງ, ໃຫ້ບຸລິມະສິດໃນການປົກປັກຮັກສາບັນດາກຸ່ມມີຄວາມສ່ຽງສູງຕໍ່ໜ້າບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

