ທີ່ການມອບລາງວັນທ່ອງທ່ຽວຊຸມຊົນ ອາຊຽນ - CBT ASEAN
ພາບ: TTXVN

ທີ່ເວທີປາໄສທ່ອງທ່ຽວເຂດອາຊີຕາເວັນອອກສ່ຽງໃຕ້ (ATF 2025) ຫາກໍ່ຈັດຂຶ້ນຫວ່າງມໍ່ໆມານີ້, ຫວຽດນາມ ຍາດໄດ້ 17 ລາງວັນໃນ 4 ໝວດ: ລາງວັນການບໍລິການ spa ອາຊຽນ, ລາງວັນທ່ອງທ່ຽວຊຸມຊົນ ອາຊຽນ - CBT ASEAN, ລາງວັນເຮືອນຢູ່ມີຫ້ອງໃຫ້ແຂກທ່ອງທ່ຽວເຊົ່າ - Homestay ASEAN, ລາງວັນຫ້ອງນ້ຳສາທາລະນະ ອາຊຽນ.

ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ເລື່ອງວິສາຫະກິດທ່ອງທ່ຽວ ຫວຽດນາມ ໄດ້ຮັບບັນດາລາງວັນສຳຄັນຂອງ ອາຊຽນ ໄດ້ປະກອບສ່ວນຢືນຢັນຄວາມຕັດສິນໃຈຍົກສູງຄຸນນະພາບການບໍລິການຂອງ ຫວຽດນາມ. ນີ້ກໍ່ແມ່ນຈຸດພົ້ນເດັ່ນຢືນຢັນການຟື້ນຟູການທ່ອງທ່ຽວທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນປີຜ່ານມາ, ໂດຍຕ້ອນຮັບແຂກທ່ອງທ່ຽວສາກົນ 17,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີ 2023.