ວັນທີ 21 ກໍລະກົດ, ທ່ານປະທານາທິບໍດີ Joe Biden ໄດ້ປະກາດຈະບໍ່ສືບຕໍ່ດຳເນີນບັ້ນຫາສຽງເລືອກຕັ້ງ ປະທານາທາບໍດີ ອາເມລິກາ ປີ 2024, ພ້ອມທັງສະເໜີ ທ່ານນາງ Kamala Harris ຮອງປະທານາທາບໍດີ ອາເມລິກາ ເປັນຜູ້ປ່ຽນແທນ ໃນບັ້ນຫາສຽງເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ. ການຄຳຕັດສິນໃຈຂອງທ່ານປະທານາທິບໍດີ Joe Biden ດຶງດູດຄວາມສົນໃຈຂອງການນຳຫຼາຍປະເທດໃນໂລກ.
ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ ທ່ານເຄົາລົບການຕັດສິນຂອງທ່ານປະທານາທິບໍດີ Joe Biden ແລະ ທ່ານຫວັງວ່າຈະສືບຕໍ່ຮ່ວມມືກັບທ່ານປະທານາທິບໍດີ Joe Biden ໃນໄລຍະເວທີທີ່ຍັງເຫຼືອຂອງອາຍຸການນີ້. ທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris ສະແດງຄວາມຂອບອົກຂອບໃຈຕໍ່ທ່ານປະທານາທາບໍດີ Joe Biden ຍ້ອນການປະກອບສ່ວນຂອງທ່ານຕໍ່ລັດທິຫຼາຍຝ່າຍ ແລະ ບັນດາມາດຕະການແກ້ໄຂລວມ.
