(ບັນດາຜູ້ເຂົ້າຮ່ວມງານປະກວດ) |
ໃນຂອບເຂດການເຄື່ອນໄຫວຂອງງານປະກວດ ຜູ້ຊາຍຕາງໜ້າທ່ອງທ່ຽວໂລກ ຄັ້ງທີ 8 ປີ 2025 (Mister Tourism World 2025), ຕອນບ່າຍວັນທີ 15 ກຸມພາ, ມີຜູ້ຊາຍ 30 ຄົນເຂົ້າຮ່ວມງານປະກວດໄດ້ໄປຢ້ຽມຢາມໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອຊາວ ຈຳ (ໝູ່ບ້ານເຮັດເຄື່ອງປັ້ນດິນເຜົາ ເບົ່າຈູກ), ເມືອງ ນິງເຟືອກ, ແຂວງ ນິງທ້ວນ.
ຢູ່ທີ່ນີ້, ບັນດາຜູ້ເຂົ້າຮ່ວມງານປະກວດໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດຂອງໝູ່ບ້ານ, ໄດ້ເຫັນປະຈັກຕາບັນດານາຍຊ່າງເຮັດເຄື່ອງປັ້ນດິນເຜົາດ້ວຍວິທີທີ່ເປັນມູນເຊື້ອ ແລະ ໄດ້ລອງເຮັດເຄື່ອງປັ້ນດິນເຜົາ… ສ້າງຄວາມປະທັບໃຈ, ພົບປະແລກປ່ຽນວັດທະນະທຳ.
ໂດຍຄົງຕົວແຕ່ທ້າຍສະຕະວັດທີ 12 ມາຮອດປະຈຸບັນ, ໝູ່ບ້ານເຮັດເຄື່ອງປັ້ນດິນເຜົາ ເບົ່າຈູກ ໄດ້ຮັບຖືວ່າແມ່ນນອນໃນຈຳນວນໜ້ອຍໝູ່ບ້ານເຮັດເຄື່ອງປັ້ນດິນເຜົາບູຮານຢູ່ອາຊີຕາເວັນອອກສ່ຽງໃຕ້ ທີ່ຍັງຄົງຮັກສາວິທີຜະລິດແບບດັ້ງເດີມ.

