ບົດຂຽນໄດ້ເອົາລົງໃນໜັງສືພິມ (ພາບ: chinhphu.vn) |
ວັນທີ 22 ກຸມພາ, ໜັງສືພິມ La Nacion, ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ໄດ້ໃຫ້ຂ່າວວ່າ ຫວຽດນາມ ແມ່ນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງແຖວໜ້າຂອງປະເທດ ອາເມລິກາໃຕ້ ໃນປີ 2024, ດ້ວຍປະລິມານສາລີກວ່າ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 3,4 ລ້ານໂຕນ. ໜັງສືພິມດັ່ງກ່າວກໍໄດ້ຄັດສະເໜີຕົວເລກສະຖິຕິຂອງສູນຕິດຕໍ່ຄ້າຂາຍທັນຍາຫານ Rosario (BCR), ເຊິ່ງເປັນສູນຕິດຕໍ່ຄ້າຂາຍຜະລິດຕະພັນກະເສດໃຫຍ່ສຸດ ອາກຊັງຕິນ, ໂດຍໃຫ້ຮູ້ວ່າ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າກະສິກຳຫຼັກຂອງປະເທດນີ້.
ຕາມໜັງສືພິມດັ່ງກ່າວແລ້ວ, ຫວຽດນາມ ຈະສືບຕໍ່ເປັນຄູ່ຮ່ວມມືການຄ້າຫຼັກແຫຼ່ງຂອງຂະແໜງກະສິກຳ ອາກຊັງຕິນ. ຄາດວ່າ ຫວຽດນາມ ຈະນຳເຂົ້າສາລີຕື່ມອີກ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 1,7 ລ້ານຕົນ ໃນປີ 2034, ກວມເອົາ 7% ປະລິມານສາລີທີ່ນຳເຂົ້າຖົ່ວໂລກ ແລະ 9% ປະລິມັນແປ້ງຖົ່ວເຫຼືອງນຳເຂົ້າຖົ່ວໂລກ.

