ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

ວັນທີ 10 ກຸມພາ, ຢູ່ສຳນັກງານ ສປຊ ປະຈຳ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມກອງປະຊຸມນັດສາມັນຂອງສະພາບໍລິຫານງານອົງການເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ສປຊ (UN Women) ດ້ວຍຖານະເປັນສະມາຊິກສະພາບໍລິຫານງານອາຍຸການ 2025 – 2027. ນີ້ແມ່ນກອງປະຊຸມຄັ້ງປະຖົມມະລຶກຂອງສະພາບໍລິຫານງານ UN Women ໃນປີ 2025 ເພື່ອແນໃສ່ປຶກສາຫາລືກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ກຳນົດທິດສ້າງແຜນການຍຸດທະສາດໄລຍະ 2026 – 2029.

ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ແບ່ງປັນ ແລະ ຍົກໃຫ້ເຫັນບັນດາຄວາມມານະພະຍາຍາມ ແລະ ໝາກຜົນອັນຕັ້ງໜ້າຂອງ ຫວຽດນາມ ທີ່ບັນລຸໄດ້ໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ, ພິເສດແມ່ນອັດຕາສະມາຊິກສະພາແຫ່ງຊາດເພດຍິງ, ນັກວິທະຍາສາດຍິງສູງຂຶ້ນ, ວາງອອກຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄລຍະ 2020 – 2031 ໂດຍໄວ. ຫວຽດນາມ ຢັ້ງຢືນ ພ້ອມແລ້ວທີ່ຈະຮ່ວມມືກັບອົງການ UN Women ແລະ ເປັນສະມາຊິກທີ່ມີການປະກອບສ່ວນຢ່າງຕັ້ງໜ້າຂອງສະພາບໍລິຫານງານ ເຂົ້າໃນຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.