ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ UAE Abdullah bin Zayed Al – Nahyan (ພາບ: ກະຊວງການຕ່າງປະເທດ)

ໃນການພົບປະກັບທ່ານຮອງປະທານາທິບໍດີ UAE, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍຕັ້ງໜ້າສົມທົບກັນເພື່ອຜັນຂະຫຍາຍ, ຫັນບັນດາຄຳໝັ້ນສັນຍາເຊິ່ງການນຳຂັ້ນສູງໄດ້ເຫັນດີເປັນເອກະພາບໃຫ້ເປັນລະອຽດ, ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຮອບດ້ານ ແລະ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ໂດຍໄວ, ສ້າງກຳລັງໜູນຊຸກຍູ້ການພົວພັນສອງຝ່າຍໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ເຕັກໂນໂລຢີສູງ, ຫັນເປັນດີຈີຕອນ…

ສ່ວນທ່ານຮອງປະທານາທິບໍດີ UAE ໃຫ້ຮູ້ວ່າ ໄດ້ຊີ້ນຳບັນດາອົງການ, ກອງທຶນ UAE ສ້າງບັນດາແຜນການຮ່ວມມືໃນບັນດາຂົງເຂດດັ່ງກ່າວ.

ໃນການພົບປະກັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ UAE, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ UAE ໄດ້ເນັ້ນໜັກວ່າ ບັນດາການນຳ UAE ຖືການພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານກໍສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ, ໃນສະພາບການ UAE ມີຄວາມຕ້ອງການສູງກ່ຽວກັບແຮງງານ ແລະ ຢາກເພີ່ມທະວີຈຳນວນຊາວຕ່າງປະເທດມາດຳລົງຊີວິດ ແລະ ເຮັດວຽກຢູ່ UAE./

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ UAE Abdullah bin Touq Al Marri (ພາບ: baochinhphu.vn)

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ UAE Abdullah bin Touq Al Marri. ນະທີ່ນີ້, ທ່ານລັດຖະມົນຕີກະຊວງເສດຖະກິດ UAE ໃຫ້ຮູ້ວ່າ ກະຊວງເສດຖະກິດ UAE ພວມຮີບເຮັ່ງຜັນຂະຫຍາຍຄຳໝັ້ນສັນຍາຂອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເພື່ອຈັດຕັ້ງ ກອງປະຊຸມລົງທຶນທີ່ມີຂອບຂະໜາດໃຫຍ່ ຢູ່ ຫວຽດນາມ ໃນປີ 2025 ໂດຍໄວ ເພື່ອແບ່ງປັນບົດຮຽນ, ປະສົບການ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ດຶງດູດການລົງທຶນຈາກ UAE ແລະ ໂລກເຂົ້າ ຫວຽດນາມ.