ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VGP) |
ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ມາເລເຊຍ ໃນພາກພື້ນ ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໃນການເຮັດວຽກກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຕອນເຊົ້າວັນທີ 26 ກຸມພາ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ມາເລເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 ຢູ່ ຮ່າໂນ້ຍ.
ທີ່ການເຮັດວຽກ, ນາຍົກລັດຖະມົນຕີສອງທ່ານສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຈັດຕັ້ງກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກນິກ ຫວຽດນາມ - ມາເລເຊຍ ໃນປີ 2025; ຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025 – 2028; ມຸ່ງໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດ Halal; ເປີດກວ້າງການຮ່ວມມືໃນບັນດາຂົງເຂດຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຫັນປ່ຽນພະລັງງານຍຸຕິທຳ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ…
ເມື່ອແລກປ່ຽນກ່ຽວກັບການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ, ສອງຝ່າຍເຫັນດີສົມທົບກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອສ້າງ ອາຊຽນ ສາມັກຄີ, ເປັນເອກະພາບ, ເພີ່ມທະວີການຮ່ວມມືພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນໃຈກາງໃນການແກ້ໄຂບັນດາບັນຫາຍຸດທະສາດຢູ່ພາກພື້ນ.

