ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດຮຸງວຽດ ພົບປະກັບທ່ານ ນາຍົກລັດຖະມົນຕີ ນິວຊີແລັນ Christopher Luxon (ພາບ: ກະຊວງການຕ່າງປະເທດ) |
ໃນລະຫວ່າງວັນທີ 3 ກຸມພາ ຫາວັນທີ 5 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດຮຸງວຽດ ໄດ້ໄປຢ້ຽມຢາມ ນິວຊີແລນຕາມລາຍການ “ແຂກຖືກເຊີນອາຊຽນຂອງນາຍົກລັດຖະມົນຕີ ນິວຊີແລນ”, ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຄັ້ງທີ 13 ລະຫວ່າງ ຫວຽດນາມ ແລະ ນິວຊີແລນ ແລະ ເຮັດວຽກກັບບາງຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ.
ທ່ານນາຍົກລັດຖະມົນຕີ ນິວຊີແລັນ Christopher Luxon ໄດ້ສະແດງຄວາມດີໃຈຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ - ນິວຊີແລນ ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1975 - 2025) ແລະ 5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ແລະ ນິວຊີແລນ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ແບ່ງປັນຫຼາຍຈຸດຄ້າຍຄືກັນ ແລະ ຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນບັນດາຂົງເຂດໃໝ່ໄປຄຽງຄູ່ກັບບັນດາຂົງເຂດທີ່ມີແຕ່ດົນນານຄື ກະສິກຳ ແລະ ການສຶກສາ.
ທີ່ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ໃນການແລກປ່ຽນກັບບັນດາຄູ່ຮ່ວມມືນິວຊີແລນ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ທາບທາມຄຳເຫັນສອງຝ່າຍ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃຫ້ຫຼາຍກ່ວາອີກ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຜັນຂະຫຍາຍບັນດາມາດຕະການຢ່າງແຮງ, ໃນນັ້ນມີການເພີ່ມທະວີການສຳຜັດກັບຕະຫຼາດໃຫ້ແກ່ຜະລິດຕະພັນຂອງສອງຝ່າຍ ເພື່ອແນໃສ່ນຳວົງເງິນການຄ້າສອງຝ່າຍບັນລຸເປົ້າໝາຍ 3 ຕື້ USD.

