ຍູ້ແຮງການຂຸດຄົ້ນ ແລະ ນຳໃຊ້ບັນດາແຫຼ່ງພະລັງງານທົດແທນຢ່າງສຸດຂີດ ເພື່ອຮັບໃຊ້ການຜະລິດໄຟຟ້າ
(ພາບ: baochinhphu.vn)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍປະກາດໃຊ້ຂໍ້ຕົກລົງປະກາດໃຊ້ແຜນການປະຕິບັດຖະແຫຼງການທົ່ວໂລກກ່ຽວກັບການຫັນພະລັງງານໄຟຟ້າຖ່ານຫີນໄປສູ່ພະລັງງານສະອາດ (ເອີ້ນຫຍໍ້ວ່າ ແຜນການ). ແຜນການດັ່ງກ່າວໄດ້ວາງເປົ້າໝາຍສັງລວມ ນັ້ນແມ່ນເປັນເຈົ້າການເຂົ້າຮ່ວມທ່າອ່ຽງທົ່ວໂລກໃນການປ່ອຍກາກບອນຕ່ຳລົງ; ລະດົມທຸກແຫຼ່ງກຳລັງພາຍໃນປະເທດ ແລະ ສາກົນໃຫ້ແກ່ການພັດທະນາພະລັງງານໄຟຟ້າ; ຄົ້ນຄວ້າ, ໝູນໃຊ້ເຕັກໂນໂລຢີຈູດເຜົາ ພ້ອມກັບເຊື້ອເພີງສະອາດເພື່ອຫຼຸດຜ່ອນການປ່ອຍອາຍພິດຢູ່ໂຮງງານພະລັງງານໄຟຟ້າຖ່ານຫີນ…. ສ້າງ ແລະ ຜັນຂະຫຍາຍບັນດາໜ້າທີ່ມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ ແລະ ຫັນປ່ຽນພະລັງງານເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາບັນລຸໄດ້ລະດັບປ່ອຍອາຍພິດລົງເປັນລະດັບ “0” ໃນປີ 2050. ເປົ້າໝາຍ, ຮອດປີ 2050, ພັດທະນາແຫຼ່ງໄຟຟ້າສະອາດຢ່າງຄົບຖ້ວນ, ຮັບປະກັນການສະໜອງແຫຼ່ງໄຟຟ້າໃຫ້ແກ່ລະບົບໄຟຟ້າແຫ່ງຊາດ.