ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ສະຫະພັນ ອາຣັບ(AL) Ahmed Aboul Gheit (ພາບ: VOV ) |
ຢູ່ນອກບັນດາການເຄື່ອນໄຫວໃນການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານ ໂລກ (WGS) 2025 ຢູ່ Dubai, ສະຫະນະຄອນ ອາຣັບເອມີເລດ (UAE), ວັນທີ 12 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ສະຫະພັນ ອາຣັບ(AL) Ahmed Aboul Gheit.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ປັບປຸງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ອາຣັບ ຕາມທິດນັບມື້ນັບແທ້ຈິງ, ມີປະສິດທິຜົນ, ຮັບໃຊ້ ບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມບຸລິມະສິດຂອງ ຫວຽດນາມ ແລະ ບັນດາປະເທດ ອາຣັບຢ່າງແທດຈິງ. ທ່ານ ບຸຍແທັງເຊີນ, ສະເໜີສອງຝ່າຍ ສ້າງບັນດາແຜນການລະອຽດເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈຳລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະເລຂາ ສະຫະພັນ ອາຣັບຢ່າງລະອຽດ.
ສ່ວນທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit ໄດ້ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ, ເປັນໜ້າໄວ້ເນື້ອເຊື່ອໃຈບົນເວທີສາກົນ ແລະ ແມ່ນເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນບັນດາປະເທດ ອາຣັບ. ທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບສະເໜີສອງຝ່າຍຮັກສາການພົບປະຢູ່ບັນດາເວທີປາໄສຫຼາຍຝ່າຍຢ່າງເປັນປະຈຳ ແລະ ສະແດງຄວາມປາດຖະໜາຢາກຕ້ອນຮັບບັນດາການນຳຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນ ອາຣັບ.

