ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCOໃນກອງປະຊຸມ (ພາບ: TTXVN)
|
ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນໜຶ່ງໃນຈຳນວນ 24 ປະເທດສະມາຊິກຂອງຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາສະບັບດັ່ງກ່າວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO, ສະເໜີວ່າ ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການຮ່ວມມືສາກົນ ແລະ ປະຕິບັດບັນດາຂໍ້ສະເໜີແນະ ກ່ຽວຂ້ອງເຖິງມາດຕາທີ 16 ຂອງ ສົນທິສັນຍາວ່າດ້ວຍ “ການປະພຶດແບບພິເສດສຳລັບບັນດາປະເທດພວມພັດທະນາ” ທີ່ໄດ້ຮັບການຮັບຮອງເອົາແລ້ວ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ເພື່ອແນໃສ່ຜັນຂະຫຍາຍສົນທິສັນຍາສະບັບປີ 2005 ໃຫ້ມີປະສິດທິຜົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
