ວາລະປຶກສາຫາລື ຂອງສະມັດຊາໃຫຍ່, ສປຊ ຊຸດທີ 79 (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ເນັ້ນໜັກວ່າ ການປະຕິຮູບການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ ມີຄວາມໝາຍສຳຄັນຍິ່ງໃນຄວາມມານະພະຍາຍາມເພີ່ມທະວີປະສິດທິຜົນການເຄື່ອນໄຫວລວມ ສປຊ, ຍົກສູງກຳລັງຄວາມສາມາດຮັບມືຂອງອົງການນີ້ ຕໍ່ກັບສິ່ງທ້າທາຍທົ່ວໂລກທີ່ນັບມື້ນັບເພີ່ມຂຶ້ນ. ຜູ້ຕາງໜ້າ ຫວຽດນາມ ກໍ່ຢັ້ງຢືນການສະໜັບສະໜູນການເພີ່ມທະວີບົດບາດຂອງ ສະມັດຊາໃຫຍ່ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ປັບປຸງການພົວພັນລະຫວ່າງ ສະມັດຊາໃຫຍ່ ກັບບັນດາອົງການຫຼັກແຫຼ່ງອື່ນຂອງ ສປຊ, ໃນນັ້ນ ມີສະພາຄວາມໝັ້ນຄົງ. ໄປຄຽງຄູ່ກັນນັ້ນ ຫວຽດນາມ ການສະໜັບສະໜູນການປະຕິຮູບສະມັດຊາໃຫຍ່ ສປຊ ຕາມທິດຮັບປະກັບບັນດາຫຼັກການທີ່ໂປ່ງໃສ, ກວມລວມ.