ບັນຍາກາດຂອງຮ້ານວາງສະແດງຂອງ ຫວຽດນາມ ໃນງານຕະຫຼາດນັດ (ພາບ: VOV)

ໃນງານຕະຫຼາດນັດການທ່ອງທ່ຽວ SATTE 2025 ທີ່ໄຂຂຶ້ນໃນຕອນເຊົ້າວັນທີ19 ກຸມພາ ຢູ່ນະຄອນ ນິວເດລີ, ອິນເດຍ, ຮ້ານວາງສະແດງຂະແໜງການທ່ອງທ່ຽວນະຄອນ ດ່າໜັງ ແລະ ບັນດາບໍລິສັດການບິນ, ບໍລິສັດການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມສົນໃຈ, ຄວາມປະທັບໃຈຕໍ່ແຂກ ອິນເດຍ. ຈຸດທີ່ສ້າງຄວາມປະທັບໃຈຂອງບັນດາສະຖານທີ່ທ່ອງທ່ຽວຢູ່ ດ່າໜັງ ຕໍ່ແຂກທ່ອງທ່ຽວ ອິນເດຍ ແມ່ນຍ້ອນມີຫຼາຍລາຍການທ່ອງທ່ຽວທີ່ຈັດໃນຮູບແບບກອງປະຊຸມ, ສຳມະນາ, ຕີກອັບ ແລະ ແຕ່ງງານ.

ໂດຍໄດ້ດຳເນີນແຕ່ວັນທີ 19 ກຸມພາ ຫາວັນທີ 21 ກຸມພາ, SATTE 2025 ແມ່ນງານຕະຫຼາດນັດໃຫຍ່ສຸດຂອງພາກພື້ນ ອາຊີໃຕ້ ກ່ຽວກັບຂະແໜງທ່ອງທ່ຽວ, ໂຮງແຮມ ແລະ ການບໍລິການຜັກຜ່ອນຕາກອາກາດ.

ໃນຂອບເຂດພິທີເປີດສະຫຼອງຮ້ານວາງສະແດງຂອງ ຫວຽດນາມ ໃນງານຕະຫຼາດນັດດັ່ງກ່າວໄດ້ມີບັນດາກິດຈະກຳເດີນແບບຊຸດເສື້ອຍາວທີ່ເປັນມູນເຊື້ອ, ລອງຊິມກາເຟ ຫວຽດນາມ, ຈົກສະຫຼາກລຸ້ນຮັບລາງວັນ, ຖ່າຍຮູບເຊັກອິນເພື່ອຮັບຂອງທີ່ລະນຶກ. ໃນໂອກາດນີ້, ດ່າໜັງ ໄດ້ເຊື່ອມຕໍ່ກັບບັນດາບໍລິສັດການບິນເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື, ສົ່ງເສີມບັນດາສາຍການບິນໂດຍກົງຈາກ ອິນເດຍ ມາ ດ່າໜັງ. ພ້ອມດຽວກັນນັ້ນ, ຂະແໜງທ່ອງທ່ຽວ ດ່າໜັງ ກໍ່ໄດ້ພົບປະກັບບັນດາອົງການຈັດຕັ້ງກ່ຽວກັບການທ່ອງທ່ຽວປະສານສົມທົບກັບແຕ່ງງານ ແລະ ບໍລິສັດຈັດເຫດການແຕ່ງງານ ເພື່ອເລີ່ມດຳເນີນລາຍການທ່ອງທ່ຽວແຕ່ງງານໄປຍັງ ດ່າໜັງ ໃນປີນີ້.

ຟານຕຸ່ງ, ນັກຂ່າວ VOV ປະຈຳ ອິນເດຍ