ນີ້ກໍ່ແມ່ນໂອກາດເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ ແລະ ແບ່ງປັນບົດຮຽນ(ພາບ: TTXVN)
|
ຕອນເຊົ້າວັນທີ 15 ກຸມພາ, ຢູ່ສະໜາມກອບ ລອງແທັ່ງ, ນະຄອນຫຼວງ ວຽງຈັນ, ໄດ້ຈັດການແຂ່ງຂັນຕີກອບສາມັກຄີ ຫວຽດນາມ - ລາວ ປີ 2025, ຄວ້າຂັນ NAM A BANK CUP ຄັ້ງທີ 1. ເຂົ້າຮ່ວມເຫດການ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ກິແກ້ວ ໄຂຄຳພິທູນ.
ກ່າວຄຳເຫັນທີ່ພິທີໄຂການແຂ່ງຂັນ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຊຸກຍູ້ວຽກງານການທູດປະຊາຊົນ, ຮ່ວມມືດຳເນີນທຸລະກິດ ແລະ ລົງທຶນລະຫວ່າງປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ - ລາວ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຜູ້ຫຼິ້ນກອບ, ນັກທຸລະກິດ ແລະ ຜູ້ເຂົ້າຮ່ວມໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ ແລະ ແບ່ງປັນບົດຮຽນ, ຜ່ານນັ້ນ, ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

