ຮາມາດສໄດ້ປ່ອຍຕົວປະກັນຍິງຊາວອິດສະລາແອັນ 3 ຄົນຄັ້ງທຳອິດ, ພາຍຫຼັງຄຳສັ່ງຢຸດຍິງຢູ່ເຂດກາຊາມີຜົນບັງຄັບໃຊ້. ບັນດາຕົວປະກັນໂດຍ ຄະນະກຳມະການກາແດງສາກົນ (ICRC) ໄດ້ຮັບຢູ່ສະໜາມຫຼວງ Saraya ຢູ່ນະຄອນ ກາຊາ. ສື່ມວນຊົນ ອິດສະລາແອັນ ໄດ້ລົງຂ່າວວ່າ, ຕົວປະກັນຍິງສາມຄົນ ໄດ້ກັບເມືອອິດສະລາແອັນ ແລະ ໄດ້ເຕົ້າໂຮມກັນກັບຄອບຄົວແລ້ວ ພາຍຫຼັງໂຮງໝໍຢັ້ງຢືນອາການສຸຂະພາບເປັນປົກກະຕິ.

ສ່ວນຢູ່ເຂດ Ramallah ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ບັນດາກຸ່ມຈາກ ICRC ຈະຮັບນັກໂທດຊາວປາແລັດສະຕິ 90 ຄົນ ທີ່ໄດ້ປ່ອຍຕົວໃນຄັ້ງທຳອິດ, ລວມມີແມ່ຍິງ 69 ຄົນ ແລະ ຊາວໜຸ່ມເຍົາວະຊົນ 21 ຄົນ.

ກ່ຽວຂ້ອງເຖິງວຽກງານກູ້ຊ່ວຍ, ວັນທີ 19 ມັງກອນ ສື່ມວນຊົນ ເອີຢິບໄດ້ລົງຂ່າວວ່າ ມີລົດບັນທຸກເຄື່ອງຊ່ວຍເຫຼືອມະນຸດສະທຳຢ່າງໜ້ອຍສຸດ 330 ຄັນ, ໃນນັ້ນມີ 20 ຄັນຂົນສົ່ງເຊື້ອເພີງ ໄດ້ແລ່ນຜ່ານດ່ານຊາຍແດນ Rafah ຂອງ ເອຢິບ ໄປຍັງດ່ານຊາຍແດນ Kerem Shalom ແລະ Al-Ouga ເພື່ອເຂົ້າໄປເຂດກາຊາ.