ພາບປະກອບ: TTXVN |
ຕອນເຊົ້າວັນທີ2ກຸມພາ, ຫ້ອງວ່າການນາຍົກລັດຖະມົນຕີອິດສະລາແອັນໄດ້ປະກາດວ່າທ່ານ Benjamin Netanyahu ນາຍົກລັດຖະມົນຕີອິດສະລາແອັນ ຈະເລີ່ມເຈລະຈາກ່ຽວກັບໄລຍະທີສອງຂອງຄຳສັ່ງຢຸດຍິງຢູ່ງເຂດ ກາຊາຢູ່ນະຄອນ Washingtonຂອງອາເມລິກາໃນວັນທີ 3ກຸມພາ.
ຕາມແຈ້ງການ, ທ່ານນາຍົກລັດຖະມົນຕີອິດສະລາແອັນໄດ້ແລກປ່ຽນຄຳເຫັນກັບທ່ານ Steve Witkoff ທູດພູເສດຮັບຜິດຊອບພາກຕາເວັນອອກກາງຂອງທ່ານປະທານາທາບໍດີ ອາເມລິກາແລະເຫັນດີເປັນເອກະພາບບັນດາການເຈລະຈາຈະເລີ່ມຕົ້ນເມື່ອເຂົາເຈົ້າພົບກັນຢູ່Washington. ໄລຍະທີສອງຄາດວ່າຈະປຶກສາຫາລືການປ່ອຍຈຳນວນຕົວປະກັນຍັງເຫຼືອແລະປຶກສາຫາລືກ່ຽວກັບການຢຸດຕິການປະທະກັນເປັນໄລຍະຍາວກ່ວາ. ທ່ານນາຍົກລັດຖະມົນຕີອິດສະລາແອັນBenjamin Netanyahuເດີນທາງໄປຢ້ຽມຢາມອາເມລິກາໃນວັນນີ້ ແລະຈະປຶກສາຫາລືກັບທ່ານປະທານາທິບໍດີອາເມລິກາDonal Trumpໃນວັນທີ 4 ກຸມພາກ່ຽວກັບສະພາບການຢູ່ເຂດກາຊາ, ບັນດາຕົວປະກັນໂດຍຮາມາດສກັກຕົວ, ພ້ອມກັບບັນດາບັນຫາອື່ນໆອີກ.

