ຕາມສື່ມວນຊົນ ອິດສະຣາແອັນ ແລະ ພາກພື້ນ, ໃນການແລກປ່ຽນໃນວັນທີ 15 ກຸມພາ, ຮາມາສ ຈະປ່ອຍຕົວປະກັນ 3 ຄົນ ແລະ ຝ່າຍ ອິດສະຣາແອັນ ປ່ອຍຕົວນັກໂທດ ປາແລັດສະຕິນ 369 ຄົນເປັນອິດສະຫຼະ. ບັນດາຕົວປະກັນໄດ້ປ່ອຍຕົວເປັນອິດສະຫຼະລ້ວນແຕ່ເປັນຜູ້ຊາຍ ແລະ ພົນລະເມືອງຖືສອງສັນຊາດ: ອິດສະຣາແອັນ-ອາເມລິກາ, ອິດສະຣາແອັນ-ລັດເຊຍ ແລະ ອິດສະຣາແອັນ-ອັກຊັງຕິນ.

ກ່ຽວກັບບັນດານັກໂທດ ປາແລັດສະຕິນ ໄດ້ຮັບການປ່ອຍຕົວ, ມີ 36 ຄົນພວມປະຕິບັດໂທດຈຳຄຸກຕະຫຼອດຊີວິດ. ນັກໂທດ 333 ຄົນທີ່ຍັງເຫຼືອແມ່ນຖືກ ອິດສະຣາແອັນ ຈັບຕົວຢູ່ເຂດ ກາຊາ ໃນໄລຍະເກີດການປະທະກັນ.