ໃນເວລາ 6 ໂມງຄ່ຳວັນທີ 30 ມັງກອນ, ຕາມເວລາທ້ອງຖິ່ນ, ອຳນາດການປົກຄອງ ອິດສະຣາແອນ ແລະ ກຳລັງ ຮາມາສ ຢູ່ເຂດ ກາຊາ ໄດ້ແລກປ່ຽນຕົວປະກັນ/ນັກໂທດຄັ້ງທີ 3 ສຳເລັດ ຕາມຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງທີ່ມີຜົນສັກສິດເມື່ອວັນທີ 19 ມັງກອນ.
ຕາມນັ້ນແລ້ວ, ອຳນາດການປົກຄອງ ອິດສະຣາແອນ ໄດ້ປ່ອຍຕົວໃຫ້ນັກໂທດ ປາແລັດສະຕິນ 110 ຄົນເປັນອິດສະຫຼະ ຊື່ງໄດ້ປ່ອຍຕົວຈາກຄຸກ Ofer ຢູ່ເຂດຕາເວັນຕົກແມ່ນ້ຳ ຈໍແດນ, ພາຍຫຼັງ 2, 3 ຊົ່ງໂມງທີ່ກຳລັງ ຮາມາສ ຢູ່ເຂດ ກາຊາ ໄດ້ສຳເລັດການປ່ອຍຕົວປະກັນຊາວ ອິດສະຣາແອັນ 3 ຄົນ ແລະ ຕົວປະກັນຊາວ ໄທ 5 ຄົນໃຫ້ແກ່ອົງການສະພາກາແດງສາກົນ.
ຕາມແຜນການ, ການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງຕໍ່ໄປຈະຈັດຂຶ້ນໃນວັນທີ 1 ກຸມພາ ຊື່ງມີຕົວປະກັນ ອິດສະຣາແອັນ 3 ຄົນຈະໄດ້ປ່ອຍຕົວເປັນອິດສະຫຼະ. ຖ້າການແລກປ່ຽນຕົວປະກັນຄັ້ງທີ 4 ໄດ້ດຳເນີນໄປດ້ວຍດີ, ວັນທີ 3 ກຸມພາ, ຊື່ງແມ່ນວັນທີ 16 ທີ່ໄດ້ປະຕິບັດຄຳສັ່ງຢຸດຍິງ, ຝ່າຍຕ່າງໆຈະດຳເນີນບັນດາການເຈລະຈາໂດຍທາງອ້ອມ ກ່ຽວກັບລາຍລະອຽດໃນໄລຍະທີ 2 ຂອງຄຳສັ່ງຢຸດຍິງ.
