ສະເລີຍເສິກ ຊາວປາແລດສະຕິນ ໄດ້ຮັບການປ່ອຍຕົວອິດສະຫລະຈາກ ຝ່າຍ ຮາມາດສ ແລະ ໄດ້ເຕົ້າໂຮມກັບຄອບຄົວຢູ່ ນະຄອນ Ramallah (ພາບ:THX/TTXVN)

ວັນທີ 8 ກຸມພາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ອອກຄຳສັ່ງຈັດສົ່ງຄະນະເຈລະຈາໄປຍັງ ໂດຮາ, ກາຕາ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງ ຢູ່ ເຂດ ກາຊາ. ຂໍ້ຕົກລົງນີ້ ໄດ້ຍົກອອກມາ ພາຍຫລັງ ອິດສະຣາແອນ ແລະ ຮາມາດສ ສຳເລັດບັ້ນແລກປ່ຽນຕົວປະກັນ ແລະ ສະເລີຍເສິກ ຄັ້ງທີ 5 ໃນວັນດຽວກັນ.

ອິດສະຣາແອນ ໄດ້ປ່ອຍຕົວສະເລີຍເສິກ ປາແລດສະຕິນ 183 ຄົນ ໃນບັ້ນແລກປ່ຽນສະເລີຍເສິກ ຄັ້ງທີ 5 ຂຶ້ນກັບໄລຍະທຳອິດຂອງຂໍ້ຕົກລົງຢຸດຍິງ. ສ່ວນ ຝ່າຍ ຮາມາດສ ປ່ອຍຕົວອິດສະຫລະໃຫ້ແກ່ຕົວປະກັນ ຊາວອິດສະຣາແອນ 3 ຄົນ.

ກ່ຽວຂ້ອງເຖິງສະພາບການຢູ່ ເຂດກາຊາ, ຫນັງສືພິມ Al-Ahram ຂອງ ອີຢິບ ວັນທີ 8 ກຸມພາ ໄດ້ໃຫ້ຂ່າວວ່າ Cairo ໄດ້ຮັບສານຈາກ ອິດສະຣາແອນ ໂດຍຢັ້ງຢືນຄຳໝັ້ນສັນຍາຂອງປະເທດນີ້ ໃນການປະຕິບັດຕາມສົນທິສັນຍາສັນຕິພາບປີ 1979 ກັບ ອີຢີບ ກໍ່ຄືສານຈາກ ອາເມລິກາ ຊີ້ແຈ້ງວ່າ ວໍຊິງຕັນ ບໍ່ມີເຈດຕະນາປະທະກັນກັບ ອີຢີບ ຫລືບັນດາປະເທດ ອາຣັບອື່ນ.