ນາຍທະຫານ ອິດສະຣາແອັນ ລາດຕະເວນລຽບຊາຍແດນ ອິດສະຣາແອັນ ແລະ ລີບັງ (ພາບ: THX/TTXVN)

ຕອນຄຳ່ວັນທີ 17 ກຸມພາ, ຕາມແຫລ່ງຂ່າວດ້ານຄວາມໝັ້ນຄົງ ລີບັງ ໃຫ້ຮູ້ວ່າ: ກອງທັບ ອິດສະຣາແອນ ໄດ້ເລີ່ມຖອນອອກຈາກບາງໝູ່ບ້ານທາງທິດໃຕ້ ລີບັງ ແລະ ກອງທັບ ລີບັງ ຫລັງຈາກນັ້ນໄດ້ຜັນຂະຫຍາຍກຳລັງປ່ຽນແທນ. ການກະທຳດັ່ງກ່າວແມ່ນດຳເນີນສອງສາມຊົ່ວໂມງກ່ອນທີ່ຄຳສັ່ງຢຸດຍິງຢູ່ ລີບັງ ລະຫວ່າງ ອິດສະຣາແອນ ແລະ ຂະບວນການ Hezbollah ໝົດຜົນສັກສິດໃນວັນທີ 18 ກຸມພາ.

ກ່ຽວຂ້ອງເຖິງການປະຕິບັດໄລຍະທີ 1 ແກ່ຍາວ 6 ສັບປະດາຂອງຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນ ລະຫວ່າງ ອິດສະຣາແອນ ແລະ ຮາມາດສ, ຕອນຄ່ຳວັນທີ 18 ກຸມພາ, ຫນັງສືພິມ Post ຂອງ Jerusalem ໄດ້ໃຫ້ຂ່າວວ່າ ຂະບວນການ ຮາມາດສ ກະກຽມການແລກປ່ຽນຊາກສົບຕົວປະກັນ 4 ຄົນໃນວັນທີ 20 ກຸມພາ ແລະ ປ່ອຍຕົວອີກ 3 ຄົນ ຫລັງຈາກນັ້ນ 2 ວັນ. ກ່ອນຫນ້ານັ້ນ ໃນ 6 ຄັ້ງແລກປ່ຽນຊື່ງໄດ້ດຳເນີນນັ້ນ ຮາມາດສ ປ່ອຍຕົວປະກັນທັງໝົດ 17 ຄົນ, ສ່ວນອິດສະຣາແອນ ປ່ອຍຕົວອິດສະຫລະໃຫ້ແກ່ນັກໂທດ ປາແລດສະຕິນ 1000 ຄົນ. ບັ້ນແລກປ່ຽນຕົວປະກັນສຸດທ້າຍຂອງໄລຍະທີ 1 ໄດ້ກຳນົດຈະດຳເນີນໃນທ້າຍສັບປະດາຈະມາເຖິງ ແລະ ກໍ່ແມ່ນຈຸດເວລາສິ້ນສຸດໄລຍະທີ 1 ຂອງຄຳສັ່ງຢຸດຍິງ.

ນັກຂ່າວ VOV ປະຈຳ ເອຢິບ.