ພາບປະກອບ: TTXVN |
ອີຣານບໍ່ເຄີຍມີແນວຄວາມຄິດຈະເດີນຕາມອາວຸດນິວເຄຼຍ, ຍ້ອນວ່າສິ່ງນີ້ແມ່ນຂໍ້ຫ້າມໃນສາສະໜາອິດສະລາມ. ນີ້ແມ່ນການຢັ້ງຢືນໂດຍທ່ານ ປະທານາທິບໍດີ ອີຣານ Masoud Pezeshkian ຍົກອອກມາໃນການພົບປະພິເສດກັບບັນດານັກການທູດສາກົນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 6 ກຸມພາ, ຢູ່ນະຄອນຫຼວງເຕເຮຣານ. ການນຳປະເທດອິດສະລາມກໍ່ປະກາດວ່າ ເຕເຮຣານ ຈະສ້າງເງື່ອນໄຂໃຫ້ແກ່ການຢັ້ງຢືນໂຄງການນິວເຄຼຍຂອງປະເທດນີ້ເພື່ອພິສູດວ່າ ອີຣານບໍ່ພັດທະນາອາວຸດນິວເຄຼຍ. ທ່ານປະທານາທິບໍດີ Pezeshkian ໄດ້ຍົກອອກຄຳເຫັນດັ່ງກ່າວພາຍຫຼັງໜຶ່ງວັນເມື່ອເຈົ້າໜ້າທີ່ຂັ້ນສູງຂອງປະເທດນີ້ໃຫ້ຮູ້ວ່າ ອີຣານ ພ້ອມແລ້ວທີ່ຈະສ້າງໂອກາດໃຫ້ແກ່ການໂອ້ລົມສົນທະນາເພື່ອແກ້ໄຂຄວາມບໍ່ລົງລອຍກັນກັບ ອາເມລິກາ. ບັນດາສານນີ້ໄດ້ຮັບຖືວ່າ ເພື່ອແນໃສ່ໂຕ້ຕອບບົດກ່າວຄຳເຫັນທີ່ໄດ້ຍົກອອກມາໃນວັນທີ 5 ກຸມພາຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບເລື່ອງຢາກບັນລຸໄດ້ຂໍ້ຕົກລົງດ້ານນິວເຄຼຍກັບເຕເຮຣານ ດ້ວຍກົນໄກຢັ້ງຢືນທີ່ຈະແຈ້ງ, ເຖິງວ່າກ່ອນນັ້ນໜຶ່ງວັນ ທ່ານ Donald Trump ແມ່ນຜູ້ເຊັນຄຳສັ່ງເພີ່ມທະວີບັນດາມາດຕະການເພື່ອກໍຄວາມກົດດັນສຳລັບອີຣານ.

