ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ພາບ: Anadolu)

ເມື່ອຖະແຫຼງຕໍ່ວົງການນັກຂ່າວ ພາຍຫຼັງກອງປະຊຸມລັດຖະບານ ໃນວັນທີ 5 ກຸມພາ ຢູ່ນະຄອນຫຼວງ ເຕເຮຣານ, ທ່ານ Abbas Araghchi ເຊື່ອໝັ້ນວ່າ ນະໂຍບາຍກໍ່ຄວາມກົດດັນຢ່າງສຸດຂີດຕໍ່ ອີຣານ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ຄາດວ່າ ຈະຜັນຂະຫຍາຍຄືນໃໝ່ນັ້ນ ຈະປະເຊີນໜ້າກັບຄວາມປະລາໄຊອີກຄັ້ງ, ຄ້າຍຄືກັນກັບອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ອນນີ້. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ກໍຢັ້ງຢືນຄືນໃໝ່ວ່າ ໂຄງການນິວເຄຼຍຂອງປະເທດນີ້ ພຽງແຕ່ມີຈຸດປະສົງພົນລະເຮືອນເທົ່ານັ້ນ ແລະ ອີຣານ ບໍ່ມີແນວຄິດເປັນກຳມະສິດອາວຸດນິວເຄຼຍ ຄືດັ່ງຄຳກ່າວຫາຂອງຝ່າຍຕາເວັນຕົກ.

ໃນຂະນະນັ້ນ, ໃນສານທີ່ໄດ້ປະກາດໃນວັນທີ 05 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ຢາກໃຫ້ ອີຣານ ກາຍເປັນປະເທດທີ່ຍິ່ງໃຫຍ່ ແລະ ບໍ່ມີອາວຸດນິວເຄຼຍ . ພ້ອມດຽວກນັ້ນ, ທ່ານປະທານາທິບໍດີ ອາເມລິກາ ກໍຄັດຄ້ານບາງບົດລາຍງານທີ່ຖືວ່າ ອາເມລິກາ ແລະ ອິດສະຣາແອັນ ຈະດຳເນີນການບຸກໂຈມຕີການທະຫານຕ້ານຄືນ ອີຣານ, ໂດຍເນັ້ນໜັກວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະໄກ່ເກ່ຍກັບ ເຕເຮຣານ.

ບາທີ, ນັກຂ່າວ VOV ປະຈຳ ອີຢິບ