ປະຊາຊົນ ຢູ່ ເຂດ ກາຊາ ເຕົ້າໂຮມກັນຢູ່ ໃຈກາງເຂດດິນແດນນີ້ ເພື່ອລໍຖ້າໄດ້ກັບຄືນເມືອບ້ານຢູ່ທາງທິດເຫນືອ. (ພາບ:Reuters) |
ວັນທີ 26 ມັງກອນ, ອີຢິບ ແລະ ຈໍແດນ ໄດ້ອອກສຽງຄັດຄ້ານຕໍ່ການຍົກຍ້າຍຊາວ ປາແລດສະຕິນ ອອກຈາກເຂດ ກາຊາ ພາຍຫລັງປະທານາທິບໍດີ ອາເມລິກາ Donald Trump ຖືວ່າ ປະຊາຊົນຢູ່ເຂດ ກາຊາ ຄວນຍົກຍ້າຍໄປເຖິງສອງປະເທດນີ້.
ກ່ອນຫນ້ານັ້ນ ໃນຄຳກ່າວປາໄສທີ່ໄດ້ຍົກອອກມາໃນວັນທີ 25 ມັງກອນ, ປະທານາທິບໍດີ ອາເມລິກາ Donald Trump ຖືວ່າ ປະຊາຊົນ ຢູ່ ເຂດກາຊາ ຄວນໄດ້ຮັບການຍົກຍ້າຍໄປຍັງ ອີຢິບ ແລະ ຈໍແດນ ເມື່ອເຂດດິນແດນນີ້ໄດ້ຖືກທຳລາຍ ພ້ອມທັງໃຫ້ຮູ້ວ່າ ອາເມລິກາ ພ້ອມແລ້ວທີ່ຈະເຂົ້າຮ່ວມກັບບາງປະເທດ ອາຣັບ ເພື່ອກໍ່ສ້າງເຮືອນຢູ່ ໃນບາງສະຖານທີ່ອື່ນ ຊື່ງແມ່ນບ່ອນເຊິ່ງຊາວ ປາແລດສະຕິນ ອາດຈະດຳລົງຊີວິດໃນສັນຕິພາບ.
ແນວຄວາມຄິດດັ່ງກ່າວຖືກ ອີຢິບ ແລະ ຈໍແດນ ຄັດຄ້ານ. ວັນທີ 26 ມັງກອນ, ກະຊວງການຕ່າງປະເທດ ອີຢິບ ຖະແຫລງວ່າ ປະເທດນີ້ ສະຫນັບສະຫນູນບັນດາສິດອັນຖືກຕ້ອງກັບກົດໝາຍສຳລັບດິນແດນ ແລະ ບ້ານເກີດເມືອງນອນຂອງຊາວ ປາແລດສະຕິນ, ປະຕິເສດໂດຍບໍ່ວ່າການກະທຳໃດທີ່ລະເມີດບັນດາສິດບໍ່ໄດ້ລ່ວງລ້ຳຢ່າງເດັດຂາດນີ້. ກະຊວງການຕ່າງປະເທດ ອີຢິບ ກໍ່ຮຽກຮ້ອງປະຊາຄົມສາກົນ ຮ່ວມມືກັນ ເພື່ອປະຕິບັດບັນດາມາດຕະການສອງລັດ ດ້ວຍການສ້າງຕັ້ງລັດ ປາແລດສະຕິນ ດ້ວຍເສັ້ນຊາຍແດນປີ 1967.
ນັກຂ່າວ VOV ປະຈຳ ອີຢິບ

