ວັນທີ 15 ກຸມພາ, ທ່ານນາງ Kaja Kallas, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບ ເອີລົບ (ອີຢູ), ຮອງປະທານຄະນະກຳມະການ ເອີລົບ, ໃຫ້ຮູ້ວ່າ ບັນດາປະເທດສະມາຊິກ ອີຢູ ຍັງບໍ່ທັນກຽມພ້ອມກຳນົດຈຸດເວລາລະອຽດໃຫ້ແກ່ເລື່ອງ ຢູແກຼນ ເຂົ້າເປັນສະມາຊິກພັນທະມິດ. ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich (ເຢຍລະມັນ), ທ່ານນາງໃຫ້ຮູ້ວ່າ ຍັງມີອີກຫຼາຍວຽກທີ່ຕ້ອງເຮັດ.
ຄຳກ່າວປາໄສໄດ້ຍົກອອກມາພາຍຫຼັງທີ່ຫວ່າງມໍ່ໆມານີ້ ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໄດ້ຮຽກຮ້ອງໃຫ້ ອີຢູ ກຳນົດເວລາລະອຽດ ເພື່ອຮັບ ຢູແກຼນ ເຂົ້າເປັນສະມາຊິກຂອງ ອີຢູ ຢ່າງເປັນທາງການ. ຢູແກຼນ ໄດ້ຮັບຖານະເປັນຜູ້ສະໝັກຮັບເລືອກຕັ້ງເຂົ້າເປັນສະມາຊິກ ອີຢູ ເມື່ອເດືອນ ມິຖຸນາ 2022.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ