ສຳນັກງານ IMF
(ພາບປະກອບ: THX/TTXVN)

ໃນບົດລາຍງານຄາດຄະເນແງ່ຫວັງເສດຖະກິດໂລກ (WEO) ທີ່ປະກາດໃນວັນທີ 22 ເມສາ, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ, ການເຕີບໂຕ GDP ທົ່ວໂລກບັນລຸລະດັບ 2,8% ໃນປີ 2025, ຕ່ຳກວ່າ 0,5 ຄະແນນເມື່ອທຽບໃສ່ກັບ WEO ທີ່ກອງທຶນນີ້ປະກາດໃຈເດືອນ ມັງກອນ. IMF ກໍ່ຄາດຄະເນວ່າ, ໃນປີ 2026 ການເຕີບໂຕ GDP ທົ່ວໂລກຈະບັນລຸລະດັບ 3%, ຫຼຸດ 0,3 ຄະແນນ. IMF ເນັ້ນໜັກວ່າ, ບັນດາການຄາດຄະເນດັ່ງກ່າວໄດ້ຍົກອອກມາຍ້ອນຄວາມຂາດສະຖຽນລະພາບດ້ານນະໂຍບາຍ ກໍຄວາມເຄັ່ງຕຶງດ້ານການຄ້າເຮັດໃຫ້ຄວາມຕ້ອງການອ່ອນແອລົງ.

ທ່ານ Pierre-Olivier Gourinchas, ຫົວໜ້າຜູ້ຊ່ຽວຊານເສດຖະກິດຂອງ IMF ຖືວ່າ, ຄວາມຂາດສະຖຽນລະພາບໃນນະໂຍບາຍການຄ້າ ແລະ ໃນນະໂຍບາຍເວົ້າລວມໃນປະຈຸບັນແມ່ນຮົ້ວກີດຂວາງຢ່າງໃຫຍ່ຫຼວງຕໍ່ການເຄື່ອນໄຫວຂອງທົ່ວໂລກ. ທ່ານຖືວ່າ, ເພື່ອຊຸກຍູ້ການເຕີບໂຕທົ່ວໂລກ, ໜ້າທີ່ແຖວໜ້າໃນປະຈຸບັນແມ່ນ ບັນດານັກວາງແຜນນະໂຍບາຍຕ້ອງຊອກຫາວິທີເພື່ອຫຼຸດຜ່ອນຄວາມຂາດສະຖຽນລະພາບດ້ານນະໂຍບາຍການຄ້າ ໂດຍບັນດາແຜນການພາສີຂອງທ່ານປະທານາທິບໍດີ ອາເມລິກາ Trump ກໍ່ຂຶ້ນ.