ເນື່ອງ​ໃນ​ໂອ​ກາດ​ທ່ານ ໂຕ​ເລິ​ມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ​ແຫ່ງ ສ​ສ.ຫວຽດ​ນາມ, ທ່ານ ເລ​ມິນ​ຮຶງ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ສ.ຫວຽດ​ນາມ, ທ່ານ ເຈິ່ນ​ແທັງ​ເໝີ້ນ ໄດ້​ຮັບ​ການ​ເລືອກ​ຕັ້ງດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ສ.ຫວຽດ​ນາມ, ການ​ນຳ​ຫຼາຍ​ປະ​ເທດ, ພັກ​ການ​ເມືອງ​ໄດ້​ສົ່ງ​ໂທ​ລະ​ເລກ, ຈົດ​ໝາຍ ແລະ ສານ​ຊົມ​ເຊີຍ.

ທ່ານ​ Delcy Rodriguez, ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາ ໄດ້​ຊົມ​ເຊີຍ​ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕ​ຳ​ແໜ່ງ​ປະ​ທານ​ປະ​ເທ​ດ ຈາກ​ສະ​ພາ​ແຫ່ງ​ຊາດ; ທ່ານ​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ 2 ປະ​ເທດ​ຈະ​ສືບ​ຕໍ່​ພ້ອ​ມ​ກັນ​ກ້າວ​ຂຶ້​ນ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ, ເພ​ື່ອ​ພາ​ລະ​ກິດ​ສ້າງ​ໂລກ​ໃຫ້​ມີ​ຄວາມ​ຍຸ​ຕິ​ທຳ, ຫຼາຍ​ຂົ້ວ, ຫຼາຍ​ໃຈ​ກາງ.

ກະ​ສັດ ບ​ຣູໄນ Haji Hassanal Bolkiah ​ສະ​ແດງ​ຄວາມ​ຊົມ​ເຊີຍ​ທ່ານ ເລ​ມິນ​ຮຶງ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົ​ງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ກະ​ສັດ ບ​​ຣູ​ໄນ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ​ສືບ​ຕໍ່ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ 2 ຝ່າຍ ກໍ​ຄື​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວມ​ມື ອາ​ຊຽນ ໃຫ້​ຫຼ​າຍກວ່າ​ອີກ.

ທ່ານ Mikhail Mishustin, ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສະ​ຫະ​ພັນ ​ລັດ​ເຊຍ ໄດ້​ຊົມ​ເຊີຍ​ທ່ານ​ນາ​ຍົກ​ລັ​ດ​ຖະ​ມ​ົນ​ຕີ ເລ​ມິນ​ຮຶງ ແລະ ເຊື່ອ​ໝັ້ນ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ຜູ້​ນຳ​ໜ້າ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ບົນ​ຈິດ​ໃຈ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​​ຍຸດ​ທະ​ສາດຮອບ​ດ້ານ ຫວຽດນາມ - ລັດ​ເຊຍ; ທ່ານ​ຢືນ​ຢັນ​ການ​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ທຸກ​ຂັ້ນ​ກັບ​ລັດ​ຖະ​ບານ ຫວຽດ​ນາມ ເພື່ອ​ເປີດກວ້າງ​ການ​ຮ່ວມມື 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ.