ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເປັນປະທານກອງປະຊຸມຄວາມໝັ້ນຄົງ ລັດຖະບານ ອິນເດຍ
(ພາບ: ANI)

ຕອນຄ່ຳວັນທີ 23 ເມສາ, ຄະນະກຳມະການຄວາມໝັ້ນຄົງລັດຖະບານ ອິນເດຍ ໄດ້ໂຮມປະຊຸມ ແລະ ອອກແຈ້ງການກ່ຽວກັບຫຼາຍມາດຕະການໂຕ້ຕອບພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍຢູ່ຮ່ອມພູ Baisaran, ເທດສະບານ Pahalgam, ເຊິ່ງເປັນເຂດດິນແດນລະຫວ່າງລັດ Jammu ແລະ Kashmir ກ່ອນໜ້ານັ້ນ 1 ວັນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ. ພາຍຫຼັງກອງປະຊຸມ, ລັດຖະບານ ອິນເດຍ ໄດ້ເປັນເອກະພາບຕໍ່ບັນດາຂັ້ນຕອນແນໃສ່ຫຼຸດລະດັບສາຍພົວພັນທາງການທູດກັບປະເທດບ້ານໃກ້ເຮືອນຄຽງ ປາກິດສະຖານ, ເຊິ່ງ ອິນເດຍ ຖືວ່າ ປະເທດນີ້ຊຸກເຊື່ອງບັນດາພາກສ່ວນກໍ່ການຮ້າຍ ທີ່ໄດ້ສົ່ງຜົນເສຍຫາຍໃຫ້ແກ່ ອິນເດຍ.

ຕາມນັ້ນແລ້ວ, ອິນເດຍ ຖະແຫຼງ ໂຈະສົນທິສັນຍາແມ່ນ້ຳ Indus ປີ 1960 ກັບ ປາກິດສະຖານ. ອິນເດຍ ປິດປະຕູດ່ານຊາຍແດນ Attari ເຊື່ອມຕໍ່ກັບ ປາກິດສະຖານ ຢູ່ລັດ Punjab ໃນທັນທີ. ພົນລະເມືອງ ປາກິດສະຖານ ຈະບໍ່ໄດ້ຮັບອະນຸຍາດມາທ່ອງທ່ຽວ ອິນເດຍ ຕາມໂຄງການຍົກເວັ້ນວິຊາ ຂອງ ສະຫະສະມາຄົມການຮ່ວມມືພາກພື້ນ ອາຊີໃຕ້ (SAARC). ອິນເດຍ ກໍຫຼຸດຈຳນວນພະນັກງານຂອງສະຖານທູດຢູ່ແຕ່ລະປະເທດ ແຕ່ 55 ຄົນໃນປັດຈຸບັນ ລົງເໜືອພຽງ 30 ຄົນ.

ຟານຕຸງ ນັກຂ່າວ VOV ປະຈຳ ອິນເດຍ