ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ວັນທີ 17 ກຸມພາ, ໃນຂອບເຂດການຊ້ອມຮົບ Komodo 2025 ຢູ່ ເກາະ ບາລີ, ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຫົວເລື່ອງສະເພາະດ້ານຄວາມໝັ້ນຄົງການເດີນທະເລ ສາກົນຄັ້ງທີ 6 (IMSS). ຄະນະຜູ້ແທນ ຫວຽດນາມ ໂດຍ ວາທີພົນເຮືອເອກ ຟ້າມວັນຮຸ່ງ, ຮອງເສນາທິການໃຫຍ່ເຫລົ່າທັບເຮືອປະຊາຊົນ ຫວຽດນາມເຂົ້າຮ່ວມກອງປະຊຸມ.

ດ້ວຍຫົວຂໍ້ “ຄວາມສະຖຽນລະພາບ ແລະ ສັນຕິພາບ”, IMSS ຈະປະກອບສ່ວນຊ່ວຍສະກັດກັ້ນການປະທະກັນໃນຂົງເຂດການເດີນທະເລເວົ້າລວມ. ທີ່ເວທີປາໄສສາກົນນີ້ ບັນດາຜູ້ແທນກໍ່ປຶກສາຫາລືບັນດາຄຳໝັ້ນສັນຍາ ແລະ ບາດກ້າວລວມເພື່ອແກ້ໄຂສະພາບການຫາປາຜິດກົດໝາຍ ແລະ ບັນດາການເຄື່ອນໄຫວອາດກໍ່ໄພນາບຂູ່ເຖິງສະພາບແວດລ້ອມການເດີນທະເລ ເຊັ່ນ: ມົນລະພິດຍ້ອນສິ່ງເສດເຫລືອຖືກປ່ອຍອອກສູ່ທະເລ.

ຜ່ານເວທີປາໄສນີ້ ການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍອາດຈະໄດ້ກໍ່ສ້າງເພື່ອແກ້ໄຂບັນດາບັນຫາການເດີນທະເລ. IMSS ກໍ່ແມ່ນໂອກາດເພື່ອໃຫ້ການເດີນທະເລຂອງແຕ່ລະປະເທດເຂົ້າຮ່ວມການຮ່ວມສຳພັນ, ສາມັກຄີ ກໍ່ຄື ແບ່ງປັນທັດສະນະເພື່ອກໍ່ສ້າງຄວາມເຂົ້າໃຈເຊິ່ງກັນ ແລະກັນ ກ່ຽວກັບບັນດາບັນຫາການເດີນທະເລ.