ທ່ານ Justin Trudeau ນາຍົກລັດຖະມົນຕີ ການາດາ (ພາບ: AFP/TTXVN) |
ວັນທີ 1 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີການາດາ ແລະ ທ່ານປະທານາທິບໍດີ ເມັກຊີໂກ, ດຳເນີນການໂອ້ລົມທາງໂທລະສັບ ແລະ ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນສອງຝ່າຍ ພາຍຫຼັງທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈັດວາງ ພາສີນຳເຂົ້າໃສ່ສຳລັບສິນຄ້າຂອງສອງປະເທດນີ້ ແລະ ຈີນ. ໃນການໂອ້ລົມທາງໂທລະສັບ, ທ່ານ Justin Trudeau ນາຍົກລັດຖະມົນຕີ ການາດາ ແລະ ທ່ານນາງ Claudia Sheinbaum ປະທານາທິບໍດີ ເມັກຊີໂກ ໄດ້ປຶກສາຫລືກ່ຽວກັບລະດັບຄວາມສຳຄັນຂອງການຮັກສາຄວາມສາມາດໃນການແກ້ງແຍ້ງ ແລະ ວັດທະນາຖາວອນຢູ່ ເຂດອາເມລິກາເໜືອ. ສອງຝ່າຍກໍ່ໄດ້ປຶກສາຫາລືເລື່ອງ ອາເມລິກາ ຈັດວາງພາສີສຳລັບສອງປະເທດກໍ່ຄືຄວາມມານະພະຍາຍາມຂອງສອງປະເທດເພື່ອແນໃສ່ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນ ແລະ ຕ້ານການຜະລິດ ແລະ ຄ້າຂາຍຢາເສບຕິດ. ການເຈລະຈາໄດ້ດຳເນີນພາຍຫຼັງ 1 – 2 ຊົ່ວໂມງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ລົງນາມມະຕິຈັດວາງພາສີ 25% ສຳລັບສິນຄ້າຂອງ ການາດາ ແລະ ເມັກຊີໂກ ແລະ 10% ສຳລັບສິນຄ້າຂອງ ຈີນ.

