ພາບປະກອບ: AFP

ວັນທີ 23 ມັງກອນ, ມີນັກຮຽນຢູ່ໂຮງຮຽນກ່ວາ 240 ແຫ່ງໃນທົ່ວປະເທດຮຸງກາຣີ, ໃນນັ້ນມີຢ່າງໜ້ອຍສຸດ 20 ແຫ່ງຢູ່ນະຄອນຫຼວງ Budapest ຕ້ອງອົບພະຍົບລີ້ໄພຢ່າງຮີບດ່ວນຍ້ອນໄດ້ຮັບຂ່າວນາບຂູ່ວາງລະເບີດ. ບັນດາເນື້ອໃນອີເມວທີ່ຄືກັນໄດ້ສົ່ງໄປຍັງຫຼາຍໂຮງຮຽນ. ທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban ໃຫ້ຮູ້ວ່າບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຂອງປະເທດນີ້ຈະເພີ່ມທະວີຄວາມປອດໄພໃຫ້ແກ່ບັນດາໂຮງຮຽນ ແລະ ປະຕິບັດການສືບສວນທີມາຂອງຂ່າວການນາບຂູ່ນີ້ໂດຍໄວ. ຕາມຕຳຫຼວດຮຸງກາຣີແລ້ວ, ປັດຈຸບັນ ບັນດາໂຮງຮຽນທັງໝົດລ້ວນແຕ່ໄດ້ຮັບການປ້ອງກັນ ແລະ ອົງການທີ່ມີໜ້າທີ່ຍັງບໍ່ພົບເຫັນວັດຖຸລະເບີດ ຫຼື ເຄື່ອງມືທີ່ມີຄວາມອາດສາມາດລະເບີດໃນວິວັດການກວດກາ.