ວັນທີ 18 ກຸມພາ, ເຈົ້າໜ້າທີ່ເຄືອຂ່າຍແຫ່ງຊາດປົກປ້ອງສິດທິມະນຸດ (RNDDH) Marie Rosy Auguste Ducena ຢັ້ງຢືນວ່າ, ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດໃນເຫດບຸກໂຈມຕີດ້ວຍອາວຸດຢູ່ເຂດໃກ້ກັບສະຖານທູດ ອາເມລິກາ ປະຈຳ ໄຮຕີ. ໃນຈຳນວນຜູ້ຖືກເຄາະຮ້າຍທີ່ພວກອາດຊະຍາກຳເຂັ່ນຂ້າໃນຮຸ່ງເຊົ້າວັນທີ 17 ກຸມພາ, ຢູ່ນະຄອນຫຼວງ Port-au-Prince ນັ້ນ, ມີ 5 ຄົນໃນຄອບຄົວໜຶ່ງ. ນີ້ແມ່ນການເຂັ່ນຂ້າສາມັນຊົນແນໃສ່ໂຕ້ຕອບບັນດາການເຄື່ອນໄຫວນຳໃຊ້ກຳລັງແຮງໂດຍຕຳຫຼວດແຫ່ງຊາດ ໄຮຕີ ແລະ ກຳລັງໜູນຊ່ວຍຄວາມໝັ້ນຄົງແຫ່ງຊາດຢູ່ ໄຮຕີ ປະຕິບັດ. ພວກອາດຊະຍາກຳກ່າວຫາຜູ້ຖືກເຄາະຮ້າຍໄດ້ສະໜອງຂໍ້ມູນໃຫ້ແກ່ຕຳຫຼວດ.

ກະຊວງການຕ່າງປະເທດ ອາເມລິກາ ພວມໃຫ້ເງິນລາງວັນເຖິງ 20 ລ້ານ USD ຕໍ່ຂໍ້ມູນຊ່ວຍຈັບຕົວ ແລະ ຕັດສິນລົງໂທດ Vitel'Homme Innocent, ຫົວໂປ່ກຸ່ມ “'Kraza Barye”.