ທ່ານນາງ Kamala Harris ອາຍຸ 59 ປີ ແມ່ນຜູ້ໄດ້ຮັບການສະເຫນີມາອອກສະໝັກຮັບເລືອກຕັ້ງຫນຶ່ງດຽວໃນການປ່ອນບັດແບບທາງໄກທີ່ແກ່ຍາວໃນເວລາ 5 ວັນ ຂອງສະມາຊິກພັກປະຊາທິປະໄຕເກືອບ 4.000 ຄົນ. ໂດຍແມ່ນແມ່ຍິງຜິວດຳ ແລະມີເຊື້ອຊາດຈາກ ອາຊີ ຄົນທຳອິດໄດ້ຮັບການສະເຫນີຈາກພັກໃຫຍ່, ທ່ານນາງ ໄດ້ຮັບການສະເຫນີຢ່າງເປັນທາງການໃນກອງປະຊຸມໃຫຍ່ຂອງພັກປະຊາທິປະໄຕ ຢູ່ Chicago ໃນທ້າຍເດືອນນີ້.
ເລື່ອງໄດ້ຮັບການສະເຫນີອອກສະໝັກຮັບເລືອກຕັ້ງ ແມ່ນດຳເນີນໄປໃນຂະນະທ່ານນາງກະກຽມກ້າວເຂົ້າສູ່ບັ້ນຫາສຽງເລືອກຕັ້ງໃນສັບປະດາຈະມາເຖິງ ດ້ວຍການໄປປະຕິບັດງານຜ່ານ 7 ລັດທີ່ຈັດການປ່ອນບັດສຳຄັນພ້ອມກັບຜູ້ອອກສະໝັກຮັບເລືອກຕັ້ງທີ່ຍັງບໍ່ທັນໄດ້ເຜີຍຊື່ຂອງພັກປະຊາທິປະໄຕສຳລັບຕຳແຫນ່ງ ຮອງປະທານາທິບໍດີ ອາເມລິກາ.
