ລາຍການສະແດງສິລະປະ
(ພາບ: TTXVN)

ຕອນຄ່ຳວັນທີ 23 ມັງກອນ, ຢູ່ແຂວງ ແຄງຮ່ວາ, ໄດ້ຈັດລາຍການສະແດງສິລະປະຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2025), 95 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ ແຄງຮ່ວາ (24 ກຸມພາ 1930 – 24 ກຸມພາ 2025) ແລະ ພວຍພອນບຸນເຕັດປີມະເສັງ 2025 ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ ແບບທາງໄກລະຫວ່າງສະຖານທີ່ເຊື່ອມຕໍ່ນະຄອນ ຍາຈາງ ແລະ ເທດສະບານ ເຈື່ອງຊາ.

ທີ່ການອວຍພອນພະນັກງານ, ນັກຮົບ, ປະຊາຊົນເມືອງເກາະ ເຈື່ອງຊາ, ທ່ານ ຫງວຽນເຕິນຕວນ, ປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ປາດຖະໜາວ່າ, ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ໝົດທຸກຄົນ ຈະສືບຕໍ່ຮ່ວມແຮງຮ່ວມໃຈ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ສູ້ຊົນພັດທະນາເມືອງ ເຈື່ອງຊາ ໃຫ້ກາຍເປັນສູນເສດຖະກິດ, ວັດທະນະທຳ, ສັງຄົມທາງທະເລຂອງທົ່ວປະເທດ. ເນື່ອງໃນໂອກາດນີ້, ການນຳແຂວງ ແຄງຮ່ວາ ກໍ່ໄດ້ອວຍພອນບຸນເຕັດທະຫານ, ປະຊາຊົນ ເຈື່ອງຊາ ແລະ ແຄງຮ່ວາ ແລະ ທົ່ວປະເທດຍາມໃດກໍ່ອວ່າຍໜ້າເມືອຫາເມືອງເກາະ ເຈື່ອງຊາ ທີ່ຮັກແພງ.