ປູງແຕ່ງ ປາຈາ ສົ່ງອອກ ຢູ່ ໂຮງງານຂອງກຸ່ມບໍລິສັດ ຊາວມາຍ, ແຂວງອານຢາງ. (ພາບ:Vũ Sinh/TTXVN) |
ຕາມຕົວເລກສະຖິຕິຂອງກົມສົ່ງອອກນຳເຂົ້າ (ກະຊວງອຸດສາຫະກຳການຄ້າ) ແລ້ວ, ວົງເງິນການສົ່ງອອກນຳເຂົ້າ ລະຫວ່າງ ຫວຽດນາມ ແລະ ຟິລິບປິນ ປີ 2024 ບັນລຸກວ່າ 8,66 ຕື້ USD, ເພີ່ມຂຶ້ນກວ່າ 11% ເມື່ອທຽບໃສ່ປີ 2023. ໃນນັ້ນ ການສົ່ງອອກເປັນຄັ້ງທຳອິດລື່ນກາຍ 6 ຕື້ USD, ບັນລຸລະດັບ 6,19 ຕື້ USD, ການສົ່ງອອກເກີນດຸ່ນແມ່ນບັນລຸກວ່າ 3,7 ຕື້ USD, ລື່ນກາຍຄາດໝາຍວາງອອກແມ່ນ 3,5 ຕື້ USD.
ຕາມການສະຖິຕິໃຫ້ເຫັນວ່າ: ການປະກອບສ່ວນເຂົ້າໃນການເຕີບໂຕຫນ້າປະທັບໃຈຂອງວົງເງິນການສົ່ງອອກຂອງ ຫວຽດນາມ ເຂົ້າຕະຫລາດ ຟິລິບປິນໃນປີ 2024 ລວມມີ: ເຂົ້າສານ, ເຄື່ອງຈັກ, ອຸປະກອນ, ກາເຟ, ຊີມັງ… ບັນດາປະເພດສິນຄ້າສົ່ງອອກມີວົງເງິນກວ່າ 50 ລ້ານ USD -100 ລ້ານ ລວມມີ: ເຫລັກກ້າ, ຜະລິດຕະພັນເຄມີ, ຜະລິດຕະພັນຈາກເຫລັກກ້າ, ຝ້າຍ..

