(ພາບ: VOV) |
ຕາມສະພາກາແດງ ຫວຽດນາມ ແລ້ວ, ໂດຍໄດ້ຜັນຂະຫຍາຍ ຂະບວນການ “ບຸນເຕັດແຫ່ງຄວາມເມຕາ” ລະດູບານໃໝ່ປີມະເສັງ 2025, ທົ່ງລະບົບສະພາກາແດງໄດ້ເອົາໃຈໃສ່ເບິ່ງແຍງ, ໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ໄດ້ຮັບຄວາມສ່ຽງ 1.2 ລ້ານຄົນ ດ້ວຍມູນຄ່າທັງໝົດຂອງການເຄື່ອນໄຫວຂະບວນການບັນລຸ 700 ຕື້ດົ່ງ (ປະມານ 28 ລ້ານ USD).
ໄລ່ຮອດວັນທີ 20/1/2025, ສະພາກາແດງຂັ້ນຕ່າງໆ ຂົນຂວາຍການໜູນຊ່ວຍໄດ້ຂອງຂວັນ 560.000 ພູດໃຫ້ແກ່ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ຖືກຜົນສະທ້ອນຈາກໄພທຳມະຊາດດ້ວຍຍອດມູນຄ່າກ່ວາ 280 ຕື້ດົ່ງ (ກ່ວາ 11 ລ້ານ USD).
ມາຮອດປະຈຸບັນ, ທົ່ວລະບົບສະພາກາແດງໄດ້ຈັດ 83 ລາຍການ ບຸນເຕັດແຫ່ງຄວາມເມຕາ ຂັ້ນແຂວງ, ນະຄອນ, 300 ກ່ວາລາຍການຂັ້ນເມືອງ, ຕາແສງ ແລະ ທຽບເທົ່າ.
ຂະບວນການ ບຸນເຕັດແຫ່ງຄວາມເມຕາ ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຂອງການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາທ້ອງຖິ່ນ. ຂະບວນການໄດ້ສ້າງຂີດໝາຍ, ປະກອບສ່ວນແຜ່ລາມຈິດໃຈເມຕາຢ່າງກ້ວາງໃກ ແລະ ສົ່ງແຫຼ່ງບັນດາໃຈໃຫ້ແກ່ປະຊາຄົມ ເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳ.

