ພາບປະກອບ: VOV

ຢູ່ແຄ້ງຮ່ວາ, ສິ້ນສຸດວັນບຸນເຕັດປະຈຳຊາດ, ຄາດວ່າທ້ອງຖິ່ນນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວມາພັກເຊົາກ່ວາ 285.000 ເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວໃນໂອກາດນີ້ບັນລຸກ່ວາ 1.350 ຕື້ດົ່ງ (ກ່ວາ 54 ລ້ານUSD), ເພີ່ມຂຶ້ນ 40%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ທ່ານ ເຈິ່ນວັນຝູ, ຫົວໜ້າຫ້ອງຄຸ້ມຄອງທ່າກຳປັ່ນທ່ອງທ່ຽວຍາຈາງ, ແຂວງແຄ້ງຮ່ວາ ໃຫ້ຮູ້ວ່າ:

ສຳຄັນທີ່ສຸດແມ່ນ ບຸນເຕັດປີນີ້ມີອາກາດທີ່ອຳນວຍຄວາມສະດວກດີໃຫ້ແກ່ແຂກທ່ອງທ່ຽວລະຫຼິ້ນຢູ່ອ່າວຍາຈາງຢ່າງປອດໄພ. ແຂກທ່ອງທ່ຽວຮູ້ສຶກປະຕິຊົ່ມຊື່ນ, ຜູ້ໂດຍສານເດີນທາງໄປມາຫຼາຍແຕ່ທ່າກຳປັ່ນມີການເຄື່ອນໄຫວທີ່ສະດວກດີ. ລາຄາການບໍລິການເປັນປົກກະຕິ.

ຢູ່ກວາງນິງ, ມີແຂກທ່ອງທ່ຽວເກືອບ 970.000 ເທື່ອຄົນມາແຂວງໃນໂອກາດບຸນເຕັດປີມະເສັງ, ເພີ່ມຂຶ້ນ 21%ເມື່ອທຽບໃສ່ກັບໄລຍະດຽວກັນ. ຍອດລາຍຮັບການທ່ອງທ່ຽວຂອງກ໋ວາງນິງຍາມບຸນເຕັດປີມະເສັງບັນລຸ 2.600 ຕື້ດົ່ງ (ກ່ວາ 103 ລ້ານ USD), ເພີ່ມຂຶ້ນ 43%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024