ຂະແໜງທ່ອງທ່ຽວສືບຕໍ່ຂຸດຄົ້ນບັນດາທ່າແຮງເພື່ອຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວເພີ່ມລະດັບຄວາມໄວຢ່າງແຮງ, ມານະພະຍາຍາມເພື່ອບັນລຸບັນດາເປົ້າມາຍສູງກວ່າໃນປີ 2025.

ປີ 2024, ດ້ວຍນະໂຍບາຍສ້າງຄວາມສະດວກ ແລະ ມີປະສິດທິຜົນຈາກການສົ່ງເສີມ, ໂຄສະນາການທ່ອງທ່ຽວ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 17,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 39,5% ເມື່ອທຽບໃສ່ປີ 2023 ແລະ ບັນລຸເປົ້າໝາຍທີ່ໄດ້ວາງອອກ. ນີ້ແມ່ນຫຼັກຖານເພື່ອໃຫ້ບັນດາທ້ອງຖິ່ນ ພ້ອມກັບກະຊວງ, ຂະແໜງການສູນກາງ ຜັນຂະຫຍາຍແຜນການກະທຳໃນປີ 2025 ດ້ວຍບັນດາເປົ້າໝາລະອຽດ ເພື່ອສ້າງພື້ນຖານດ້ານວັດຖຸ, ພື້ນຖານໂຄງລ່າງໃຫ້ແກ່ຂະແໜງທ່ອງທ່ຽວມີເງື່ອນໄຂພັດທະນາ. ທ່ານ ຫງວຽນຈຸງແຄງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ:

“ເພື່ອບັນລຸໄດ້ເປົ້າໝາຍຂອງຂະແໜງທີ່ໄດ້ວາງອອກໃນຍຸດທະສາດພັດທະນາການທ່ອງທ່ຽວ ຫວຽດນາມ ຮອດປີ 2030 ທີ່ທ່ານນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ, ແລະ ພິເສດແມ່ນປະຕິບັດຕາມການວາງແຜນຜັງລະບົບທ່ອງທ່ຽວ ຫວຽດນາມ ໄລຍະ 2021 2030, ວິໄສທັດຮອດປີ 2045, ຂະແໜງທ່ອງທ່ຽວໄດ້ວາງອອກເປົ້າໝາຍສູ້ຊົນໃນປີ 2025 ຈະຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 22 23 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດປະມານ 120 130 ລ້ານເທື່ອຄົນ ແລະ ຄາດວ່າ ບັນລຸຍອດລາຍຮັບປະມານ 1 ລ້ານຕື້ດົ່ງ (ປະມານ 40 ຕື້ USD)”.