(ຈຸດພົ້ນເດັ່ນທີ່ສຸດແມ່ນ “ວັນບຸນເຂົ້າຕົ້ມສີຂຽວ”) |
ຢູ່ແຂວງ ກອນຕຸມ, ການເຄື່ອນໄຫວເອົາໃຈໃສ່ຊ່ວຍປະຊາຊົນເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍໄດ້ຕ້ອນຮັບບຸນເຕັດປີມະເສັງ 2025 ຢ່າງອົບອຸ່ນພວມສືບຕໍ່ໄດ້ປະຕິບັດ ດ້ວຍຄວາມຕັດສິນໃຈວ່າ ບໍ່ປະໃຫ້ຜູ້ໃດບໍ່ມີບຸນເຕັດ.
ໃນບັນດາການເຄື່ອນໄຫວ, ພົ້ນເດັ່ນທີ່ສຸດແມ່ນ “ວັນບຸນເຂົ້າຕົ້ມສີຂຽວ”, ໂດຍບັນດາອົງການ, ຫົວໜ່ວຍ, ໝູ່ຄະນະແຮກສ່ຽວກັບບ້ານ ສົມທົບກັນຈັດຂຶ້ນ. ຈຳນວນເຂົ້າຕົ້ມທັງໝົດໄດ້ມອບໃຫ້ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ. ນອກນັ້ນ, ບັນດາອົງການ, ຫົວໜ່ວຍ, ໝູ່ຄະນະ ກໍ່ໄດ້ມອບຂອງຂວັນ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຊາວທ້ອງຖິ່ນ. ທ່ານ ອາແຊນ, ຫົວໜ້າຄະນະວຽກງານແນວໂຮມບ້ານ ດັກ ເກິແດມ, ຕາແສງ ດັກງອກ, ເມືອງ ດັກຮ່າ, ໃຫ້ຮູ້ວ່າ:
“ໃນໂອກາດບຸນເຕັດປີນີ້, ພໍ່ແມ່ປະຊາຊົນຊາວບ້ານໄດ້ຮັບຄວາມເອົາໃຈໃສ່ຫຼາຍຢ່າງຈາກພັກ, ລັດ, ອຳນາດການປົກຄອງ ແລະ ໝູ່ຄະນະທ້ອງຖິ່ນ. ບັນດາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກໃນບ້ານ ໄດ້ຮັບຂອງຂວັນ, ເຂົ້າຕົ້ມໃນໂອກາດບຸນເຕັດ. ຄອບຄົວປະສົບກັບຄວາມຫຍຸ້ງຍາກກວ່າຈະໄດ້ຮັບການໜູນຊ່ວຍເຂົ້າສານ. ບຸນເຕັດຄອບຄົວໃດກໍ່ມີເຂົ້າເພື່ອກິນ. ປີນີ້, ລາຄາ ກາເຟ, ຢາງພາລາກໍ່ໄດ້ລາຄາດີ, ສະນັ້ນ, ພໍ່ແມ່ປະຊາຊົນໃນບ້ານກໍ່ມີຄວາມພາກພູມໃຈຊື້ເຄື່ອງຂອງບຸນເຕັດກໍ່ຄົບຖ້ວນກວ່າ”.

